ຜູ່​ວ່າ​ການ​ທະ​ນາ​ຄານ​ກາງ​ຈີນ​ກ່າວ​ວ່າ, ຄວາມ​ສ່ຽງ​ດ້ານ​ການ​ເງິນ​ຂອງ​ຈີນ​ຄວບ​ຄຸມ​ໄດ້​ໂດຍ​ລວ​ມ
2018-04-22 15:11:38  cri 

ວັນ​ທີ 21 ເມ​ສາ​ນີ້, ຢູ່​ນະ​ຄອນ​ຫຼວງວໍ​ຊີ​ຕັນແຫ່ງ​ອາ​ເມ​ລິ​ກາ, ທ່ານ​ອີ້​ກ່າງ ຜູ່​ວ່າ​ການ​ທະ​ນາ​ຄານ​ກາງ​ຈີນ​ກ່າ​ວ່າ, ພື້ນ​ຖານ​ເສດ​ຖະ​ກິດ​ຈີນ​​ມີ​ຄວາມ​ໜາ​ແໜ້ນ ສາ​ມາດ​ຄວບ​ຄຸມ​ຄວາມ​ສ່ຽງ​ດ້ານ​ການ​ເງິນ​ໄວ​ໄດ້​ໂດຍ​ລວມ, ພ້ອມ​ທັງ​ມີ​ນະ​ໂຍ​ບາຍ​ອັນ​ພຽງ​ພໍ​ໃນ​ການ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຄວາມ​ສ່ຽງ​ດ້ານ​ລະ​ບົບ.

ມື້​ດຽວ​ກັນ, ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 37 ຄະ​ນະ​ກຳ​ມະ​ການ​ການ​ເງິນ ແລະ ການ​ທະ​ນາ​ຄານ​ສາ​ກົນ ເຊິ່ງ​ເປັນ​ອົງ​ການຕົກ​ລົງ​ນະ​ໂຍ​ບາຍ​ຂອງ​ອົງ​ການກອງ​ທຶນ​ເງິນຕາ​ສາກົນ ຫຼື​ IMF ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນຢູ່​ນະ​ຄອນ​ຫຼວງວໍ​ຊີ​ຕັນໄດ້​ອັດ​ລົງ. ໃນ​ຖະ​ແຫຼງ​ການ​ທາງ​ລາຍ​ລັກ​ອັກ​ສອນ​ທີ່​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ເທື່ອ​ນີ້, ທ່ານ​ອີ້​ກ່າງ​​ກ່າວວ່າ, ຈີນ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍ​ນອກໃນ​ດ້ານ​ການ​ທະ​ນາ​ຄານ, ຜ່ອນ​ຍານ​ຄວາມ​ຈຳ​ກັດ​ເຂົ້າ​ຕະຫຼາດຢ່າງ​ໃຫຍ່, ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນທີ່​ໜ້າ​ສົນ​ໃຈ​ກວ່າ​ເກົ່າ, ເພີ່ມ​ທະ​ວີ​ການ​ປົກ​ປັກ​ຮັກ​ສາ​ສິດ​ຊັບ​ສິນ​ທາງ​ປັນ​ຍາ, ພ້ອມ​ທັງ​ເພີ່ມ​ການນຳເຂົ້າສິ້ນ​ຄ້າ​ຢ່າງ​ຕັ້ງ​ໜ້າ.

ທ່ານ​ອີ້​ກ່າງ​ກ່າວ​ເນັ້ນ​ວ່າ, ຈີນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ທີ່​ຖື​ກະ​ຕິ​ກາ​ເປັນ​ພື້ນ​ຖານ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ພາຍ​ໃຕ້​ລັດ​ທິ​ຫຼາຍ​ຝ່າຍ ແລະ ຂອບ​ອົງ​ການການ​ຄ້າ​ໂລກ, ແລະ​ເພິ່​ມ​ທະ​ວີ​ການ​ຮ່​ວາ​ມື​ກັບ​ຝ່າຍ​ຕ່າງໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ