ຟິ​ລິບ​ປິນ​ຕອບ​ໂຕ້ບົດ​ລາຍ​ງານ​ສິດ​ທິ​ມະ​ນຸດ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ການ​ປາບ​ປາມຢາ​ເສ​ບ​ຕິດ​ຂອງ​ຕົນ
2018-04-22 15:22:19  cri 

ວັນ​ທີ 20 ເມ​ສາ​ນີ້ ໂດຍ​ແນ​ໃສ່​ຕິດ​ຕຽນ​ການ​ການ​ປາບ​ປາມ​ຢາກ​ເສບ​ຕິດ​ຂອງ​ຟິ​ລິບ​ປິນ​ທີ່​ລະ​ບຸ​ໄວ້​ໃນ "ບົດ​ລາຍ​ງານ​ສິດ​ທິ​ມະ​ນຸດ​ປະ​ເທດ​ຕ່າງໆ​ປີ 2017" ທີ່​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ປະ​ກາດ​ໃນ​ວັນ​ທີ 20 ເມ​ສາ​ນີ້, ທ່ານອາ​ລ​ຽນ ປີ​ເດີ ກາ​ເຢ​ດາ​ໂນ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຟິ​ລິບ​ປິນຕ​ອບ​ໂຕ້ວ່າ, ການ​ເຄື່ອນ​ໄຫວ​ທີ່​ປາບ​ປາມ​ຢາ​ເສບ​ຕິດ ແລະ ​ການ​ກະ​ທຳ​ຜິດ​ກົດ​ໝາຍຕ່າງໆ​ນັບ​ແຕ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ດູ​ດັນ​ເດ​ຂຶ້ນ​ຄອງ​ອຳ​ນາດ​ເປັນ​ຕົ້ນ​ມາ​​ແມ່ນ​ເພື່ອ​ປົກ​ປັກ​ຮັກ​ສາ​ສິດ​ທິ​ມະ​ນຸດ​ຂອງ​ປະ​ຊາ​ຊົນ​ຟິ​ລິບ​ປິນທັງ​ນັ້ນ.

ບົດ​ລາຍ​ງານ​ສິດ​ທິ​ມະ​ນຸດ​ທີ່​ອາ​ເມ​ລິ​ກາ​ປະ​ກາດ​ໄດ້​ກ່າວ​ວ່າ, ນັບ​ແຕ່​ເລິ່ມ​ປາບ​ປາມຢາ​ເສບ​ຕິດ​ໃນ​ປີ 2016 ເປັນ​ຕົ້ນ​ມາ, ລັດ​ຖະ​ບານ​ຟິ​ລິບ​ປິນ​ຖືກ​ສົງ​ໄສ​ເຂົ້າ​ຂ້າງ​ຕຳ​ຫຼວດ ແລະ ພະ​ນັກ​ງານ​ຮັກ​ສາ​ຄວາມ​ສະ​ຫງົບ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ເຫດ​ການ​ຜູ້​ຄ້າ​ຂາຍ​ຢາ​ເສບ​ຕິດ​ເສຍ​ຖືກ​ຂ້າ.

ທ່ານ​ກາ​ເຢ​ດາ​ໂນ​ກ່າວ​ວ່າ, ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ທີ່​ມີ​ອະ​ທິ​ປະ​ໄຕ, ຟິ​ລິບ​ປິນ​ມີ​ລັດ​ຖ​ະ​ບານ​ທີ່​ຮັບ​ຜິດ​ຊອບ​​ໃນ​ການ​ແກ້​ໄຂ​ບັນ​ຫາ​ໃຫ້​ປະ​ຊາ​ຊົນ. ລັດ​ຖະ​ບານ​ໂຈມ​ຕີ​ການ​ຕ້ອງ​ໂທດຢ່າງ​ແຂງ​ແຮງ ໂດຍ​ສະ​ເພາະ​ແມ່ນ​ໂຈມ​ຕີ​ການ​ຄ້າ​ຢາ​ເສບ​ຕິດ, ຈຸດ​ປະ​ສົງ​ກໍ່​ແມ່ນ​ປົກ​ປັກ​ຮັກ​ສາ​ສິດ​ທິ​ມະ​ນຸດ, ​ປ້ອງ​ກັນ​ບໍ່​ໃຫ້​ຢາ​ເສບ​ຕິດ​ແຜ່ລາມ​ອອກ​ໄປ.

ອີງ​ຕາມ​ຕົວ​ເລກ​ທີ່​ຕຳ​ຫຼວດ​ຟິ​ລິບ​ປິນ​ປະ​ກາດ​ໃນ​ເດືອນ​​ມີ​ນາ​ຜ່ານ​ມາ​ນີ້, ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ​ປີ  2016 ຫາ​ວັນ 20 ມີ​ນາ​ປີ 2018, ອົງ​ການປາບ​ປາມ​ຢາ​ເສບ​ຕິດ ແລະ ພາກ​ສ່ວນປະ​ຕິ​ບັດ​ກົດ​ໝາຍ​ອື່ນໆ​ຂອງ​ຟິ​ລິບ​ປິນ​ໄດ້​​ດຳ​ເນີນ​ການ​ເຄື່ອນ​ໄຫວ​ປາມ​ປາມ​ຢາ​ເສບ​ຕິດຫຼາຍກວ່າ 9 ໝື່ນ 1 ພັນ​ເທື່ອ, ຈັບ​ຕ້ອງ​ຫາ 1 ແສນ 2 ໝື່ນ 3 ພັນ​ກວ່າ​ຄົນ,ໃນ​ນັ້ນ​ລວມ​ທັງ​ພະ​ນັກ​ງານ​ລັດ​ຖະ​ບານ ຫຼື ອົງ​ການ​ປົກ​ຄອງ 469 ຄົນ, ​ຜູ່​ຖືກ​ສົງ​ໄສ 4 ພັນ 75 ຄົນ​ຖືກ​ຍິງ​ຕາຍ. ຕຳ​ຫຼວດ​ຟິ​ລິບ​ປິນ​ໄດ້ກ່າວມາ​ຫຼາຍ​ເທື່ອ​ວ່າ, ໃນ​ການ​ເຄື່ອນ​ໄຫວ​ປາບ​ປາມຢາ​ເສບ​ຕິດ​, ຜູ່​​ຍິງ​ຕາຍ​ເຫຼົ່າ​ນັ້ນລ້ວນ​ແຕ່​ເຄີຍ​ຕ້ານ​ຢັນ​ກັນດ້ວຍ​ຄວາມຮຸນ​ແຮງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ