ຜູ້ອຳນວຍການ​ໃຫຍ່​ IMF ຮຽກຮ້ອງ​ໃຫ້​ແກ້​ໄຂ​ຄວາມ​ຂັດ​ແຍ້​ງທາງ​ການ​ຄ້າ​ດ້ວຍ​ການ​​ເຈລະຈາ ​ແລະຜ່ານອົງການຫຼາຍຝ່າຍ
2018-04-23 16:19:44  cri 

ວັນ​ທີ 21 ​ເມສາ​ນີ້, ທ່ານ​ນາງຄຣິສຕິນ ລາ​ກາດ ຜູ້ອຳນວຍການ​ໃຫຍ່​ອົງການ​ກອງ​ທຶນ​ເງິນຕາ​ສາກົນ ຫຼື IMF ​ໄດ້ຮຽກຮ້ອງ​ໃຫ້​ແກ້​ໄຂ​ຄວາມ​ຂັດ​ແຍ້​ງທາງ​ການ​ຄ້າ​ດ້ວຍ​ການ​​ເຈລະຈາ ​ແລະ​ຜ່ານ​ອົງການຫຼາຍຝ່າຍ​.

ໃນ​ວັນດັ່ງກ່າວ, ຄະນະ​ກຳມະການ​ເງິນຕາ ​ແລະ​ການ​ເງິນ​ສາກົນ ​ເຊິ່ງ​ເປັນ​ອົງການ​ຕັດສິນ​ນະ​ໂຍບາຍ​ຂອງ IMF ​ໄດ້​ສຳ​ເລັດ​ກອງ​ປະຊຸມລະດັບ​ລັດຖະມົນຕີ​ຄັ້ງທີ 37  ​ແລະ​ຈາກ​ນັ້ນກໍ​ໄດ້ອອກຖະແຫຼງຂ່າວ ໂດຍເຕືອນວ່າ: ການເງິນມີຄວາມອ່ອນແອລົງ, ສະຖາ​ນະ​ການ​ທາງ​ການ​ຄ້າ ​ແລະການ​ເມືອງ​ພູມິ​ພາກ​ເຄັ່ງ​ຕຶງ​ຍິ່ງ​ຂຶ້ນ ພ້ອມ​ກັນນັ້ນ, ໜີ້​ສິນ​ທົ່ວ​ໂລກ​ກໍ​ພວມ​ຢູ່​ໃນ​ລະດັບ​ສູງ​ທຽບ​ກັບ​ໄລຍະ​ຕ່າງໆ​ໃນ​ປະຫວັດສາດ ທັງ​ໝົດ​ເຫຼົ່ານີ້, ລ້ວນ​ແຕ່​ຈະ​ເປັນ​ໄພ​ຂົ່ມຂູ່​ຕໍ່ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ໃນ​ອະນາຄົດ.

​ເມື່ອ​ນັກ​ຂ່າວ​ຖາມ​​ເຖິງ​ບັນຫາ​ຄວາມ​ຂັດ​ແຍ້​ງທາງ​ການ​ຄ້າ​ລະຫວ່າງ​ຈີນ-ອາ​ເມ​ລິ​ການັ້ນ, ທ່ານນາງ​ລາ​ກາດ ກ່າວ​ວ່າ: ຫວັງ​ວ່າ​ຈີນ​ແລະ​ອາ​ເມ​ລິ​ກາ​ຈະ​ດຳ​ເນີນ​ການ​​ເຈລະຈາຫຼາຍຂຶ້ນກວ່າ​ເກົ່າ ບົນ​ພື້ນຖານ​ການ​ຄ້າ​ເສລີ ​ແລະ​ເສີມ​ຂະຫຍາຍ​ບົດບາດຂອງ​ຕົນ​ໂດຍ​ອາ​ໄສ​ອົງການຫຼາຍຝ່າຍ​ທີ່​ຍຶດຖື​ກະຕິ​ກາ​ການ​ຄ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ