ສິລະ​ປິນຈີນ​ແລະ​ກຳປູ​ເຈຍຮ່ວມສະຫຼອງວັນ​ສ້າງສາຍພົວພັນ​ການ​ທູດ​ສອງ​ປະ​ເທດຄົບຮອບ 60 ປີ
2018-04-23 16:30:27  cri 

​ເພື່ອ​ເປັນ​ການ​ປະກອບສ່ວນໃນ​ການສະຫຼອງວັນ​ສ້າງສາຍພົວພັນທາງ​ການ​ທູດ​ຈີນ ​ແລະ ກຳປູ​ເຈຍຄົບຮອບ 60 ປີ ​ກໍ​ຄື ສັບປະດາ​ວາງສະ​ແດງ​ຜະລິດ​ຕະພັນດ້ານວັດທະນະທຳນະ​ວັດຕະ​ກຳຈີນ 2018, ສິລະ​ປິນຈີນ​ແລະ​ກຳປູ​ເຈຍ ​ໄດ້​ຮ່ວມ​ກັນ​ຂຶ້ນ​ເວທີ​ສະ​ແດງ​ສິລະ​ປະ ຢູ່​ໂຮງ​ລະຄອນ​ແຫ່ງ​ຊາດ ນະຄອນຫຼວງພະນົມ​ເປັນ​ໃນ​ຕອນ​ຄ່ຳ​ວັນ​ທີ 21 ​ເມສາ​ນີ້.

ທ່ານນາງ​ໂຈ​ເຫ​ວິນ​ຊິ່ງ ທີ່​ປຶກສາ​ທູດດ້ານ​ການ​ເມືອງ ສະຖານ​ທູດ​ຈີນ​ປະຈຳ​ກຳປູ​ເຈຍ ​ໄດ້​ກ່າວ​ປາ​ໄສ​ວ່າ: ປີ​ນີ້​ແມ່ນ​ປີ​ທີ່ຈີນ​ແລະ​ກຳປູ​ເຈຍ​ສ້າງ​ການ​ພົວພັນ​ທາງ​ທູດ​ຄົບຮອບ 60 ປີ ​ແລະ​ການສະ​ແດງ​ເທື່ອ​ນີ້​ກໍເປັນ​ສ່ວນປະກອບ​ທີ່​ສຳຄັນ​ຂອງ​ກິດຈະກຳ​ຕ່າງໆ​ເພື່ອ​ສະຫຼອງ​ໃນ​ໂອກາດ​ທີ່ສອງ​ປະ​ເທດ​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ຄົບຮອບ 60 ​ປີ ແລະ​ເສີມ​ສ້າງ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ. ຈີນ​ຍິນ​ດີ​ຮ່ວມ​ກັບ​ກຳປູ​ເຈຍ ສືບ​ຕໍ່​ລົງ​ເລິ​ກການ​ແລກປ່ຽນ​ແລະ​ຮ່ວມ​ມື​ທີ່​ແທ້​ຈິງ​ ລະຫວ່າງ​ສອງ​ປະ​ເທດ ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ ດ້ານວັດທະນະທຳ ​​ແລະ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດທະນາກ້າວ​ຂຶ້ນສູ່​ລະດັບ​ໃໝ່ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ