ການ​ແກ້​ໄຂ​ບັນຫາ​ຊີຣີ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ເມືອງ​ແມ່ນ​ທາງ​ເລືອກ​ພຽງ​ໜຶ່ງ​ດຽວ
2018-04-23 16:34:19  cri 

ທ່ານ​ເຊ້ສຽວ​ຢຽນ ທູດ​ພິ​ເສດ​ຂອງ​ລັດຖະບານ​ຈີນ​ກ່ຽວ​ກັບ​ບັນຫາ​ຊີຣີ ພວມ​ຢ້ຽມຢາມ​ຢູ່​ເອຢິບ ​ແລະ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຈີນ​ແລະ​ຕ່າງປະ​ເທດ​ຢູ່​ນະຄອນຫຼວງ​ເລີ​ແກ ປະ​ເທດ​ດັ່ງກ່າວ​ໃນ​ວັນ​ທີ 22 ​ເມສາ​ນີ້​ວ່າ: ການ​ແກ້​ໄຂ​ບັນຫາ​ຊີຣີ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ເມືອງ​ແມ່ນ​ທາງ​ເລືອກ​ພຽງ​ໜຶ່ງ​ດຽວ.

ທ່ານ​ເຊ້ສຽວ​ຢຽນ ​ເນັ້ນວ່າ: ຈີນ​ເດັດດ່ຽວ​ຄັດຄ້ານ​​ການ​ນຳ​ໃຊ້​ອາວຸດ​ເຄມີ ເຊິ່ງບໍ່​ວ່າ​ປະ​ເທດ​ໃດ, ອົງການ​ຈັດຕັ້ງ​ໃດ ຫຼື ບຸກຄົນ​ໃດໆ​ ​ແລະ ​ໃນ​​ສະພາບ​ການ​​ແນວ​ໃດກໍ​ຕາມ ​ແລະ​ຄວນ​ດຳ​ເນີນ​ການກວດກາ​ຕໍ່​ເຫດການທີ່​ສົງ​ໄສ​ວ່າ​ມີການ​ນຳໃຊ້​ອາວຸດ​ເຄມີ​ໃນຊີຣີຢ່າງຮອບດ້ານ, ທ່ຽງ​ທຳ, ພາວະ​ວິ​ໄສ, ​ໂປ່​ງ​ໃສ ​ແລະ​ ຕາມຫຼັກວິຊາ​ການ, ປະຈານ​ຕໍ່​ໂລກ​ດ້ວຍ​ມູນ​ຄວາມ​ຈິງ ​ແລະ​ຜົນ​ການກວດກາ​ຄວນ​ສາມາດຜ່ານ​ການ​ທົດ​ສອບ​ທາງ​ປະຫວັດສາດ​ແລະ​ຄວາມ​ຈິງ​ໄດ້.

ທ່ານ​ເຊ້ສຽວ​ຢຽນ ກ່າວ​ຕື່ມ​ວ່າ: ​ເອຢິບ​ແມ່ນ​ປະ​ເທດ​ທີ່​ມີ​ບົດບາດ​ສຳຄັນ​ໃນ​ພາກ​ພື້ນ ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ພົວພັນ ​ແລະ ​ແລກປ່ຽນ​ປະສານ​ງານ​ກັບ​ເອຢິບ​ ​ເພື່ອ​ສ້າງ​ຄວາມພະຍາຍາມ​ຮ່ວມ​​ໃນ​ການແກ້​ໄຂ​ບັນຫາ​ຊີຣີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ