ທ່ານ​ວາງ​ຢີ້​ພົບ​ປະ​ກັບ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ
2018-04-23 10:13:15  cri 
ວັນ​ທີ 22 ເມ​ສາ​ນີ້, ຢູ່​ຫໍ​ຮັບ​ແຂກ​ເມືອງ​ຕ້ຽວ​ອີ​ທາຍ, ທ່ານ ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​​ກັບ​ທ່ານ ເທັນ​ເຊັນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ.

ທ່ານ ວາງ​ຢີ້ ກ່າວ​ວ່າ, ພາຍ​ໃຕ້​ການ​ຊຸກ​ຍູ້​ຮ່ວມ​ຈາກ​ຜູ້​ນຳ​ຈີນ​ແລະ​ມຽນ​ມາ, ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ພັດ​ທະ​ນາຢ່າ​ງ​ຫຼວງ​ຫຼາຍ. ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ມຽນ​ມາ​ຊຸກ​ຍູ້​ການ​ສ້າງ​ແລວ​ເສດ​ຖະ​ກິດ​ຈີນ-ມຽນ​ມາ,ທຳ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ໃຫຍ່​ທີ່​ສຳ​ຄັນ​ໃຫ້​ດີ, ເພີ່ມ​ພະ​ລັງ​ແຮງ​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ມຽນ​ມາ. ຈີນ​ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ເຫັນ​ຂະ​ບວນ​ການ​ສັນ​ຕິ​ພາບ​ແລະ​ປອງດອງ​ຊາດ​ພາຍ​ໃນ​ປະ​ເທດ​ມຽນ​ມາ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ຍິນ​ດີ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ໃນ​ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ໂດຍ​ສັນ​ຕິຕາມຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ມຽນ​ມາ.

ທ່ານ ເທັນ​ເຊັນ ກ່າວດ້ວຍ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ຈີນ​ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ມຽນ​ມາ​ໃນ​ການ​ຊຸກ​ຍູ້​ຂະ​ບວນ​ການ​ສັນ​ຕິ​ພາບ​ພາຍ​ໃນ​ປະ​ເທດ​ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ໄລ​ຍະ​ຍາວ​ນານ​ຜ່ານ​ມາ ແລະ​ຄອງ​ຄອຍ​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ມຽນ​ມາ-ຈີນ​ທີ່​ຈະ​ນັບ​ມື້​ຍົກ​ລະ​ດັບ​ສູງ​ຂຶ້ນກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ