ສິງ​ກະ​ໂປ​ຈະ​ສ້າງ​ຄັງເກັບ​ຮັກ​ສາ​ແກ່ນ​ແນວ​ພັນ
2018-04-23 16:29:01  cri 
ວັນ​ທີ 21 ເມ​ສາ​ນີ້, ທ່ານ ເລົາ​ເຣັນ​ສ໌ ອຶງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພັດ​ທະ​ນາ​ປະ​ເທດ​ສິງ​ກະ​ໂປ​ກ່າວ​ວ່າ: ສວນ​ພືດ​ສິງ​ກະ​ໂປ​ຈະ​ສ້າງ​ຄັງສຳ​ລັບ​ແກ່ນ​ພືດ​ແຫ່ງ​ໜຶ່ງ​ໃຫ້​ສຳ​ເລັດ​ໃນ​ປີ 2019 ເພື່ອ​ຮັກ​ສາ​ແນວ​ພັນ​ພືດ​ຊະ​ນິດ​ຕ່າງໆ​ໄວ້​ໃຫ້​ດີກວ່າ​ເກົ່າ.

ທ່ານ ເລົາ​ເຣັນ​ສ໌​ອຶງ ກ່າວ​ວ່າ, ຫຼັງ​ຈາກ​ສ້າງ​ຄັງ​ເກັບ​ຮັກ​ສາແກ່ນ​ພືດ​ແຫ່ງ​ນີ້​ສຳ​ເລັດ​ຈະ​ສາ​ມາດ​ບັນ​ຈຸ​ແກ່ນ​ພືດ​ໄວ້​ໄດ້ 25.000 ຊະ​ນິດ ເຊິ່ງກວມ​ເຄິ່ງ​ໜຶ່ງ​ຂອງຈຳ​ນວນ​ປະ​ເພດ​ພືດ​ທັງ​ໝົດ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. "ຄັງ​ແກ່ນ​ພືດ​ຈະ​ສະ​ໜອງ​ແກ່ນ​ແນວ​ພັນໃຫ້​ແກ່ການຄົ້ນ​ຄວ້າ​ແລະ​ໂຄງ​ການ​ປູກ​ຟື້ນ​ຟູ​ພືດ​ຫາ​ຍາກ​ຄືນ​ໃໝ່ ເຊິ່ງ​ນີ້​ເປັນ​ໂຄງ​ການ​ທີ່​ຈະ​ຮັບ​ປະ​ກັນ​ຕໍ່​ຄວາມ​ຍືນ​ຍົງ​ຂອງ​ພືດ​ນາ​ນາ​ພັນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ