​​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນເຫດ​ລະ​ເບີດ​ກາ​ບູນ​ປະ​ເທດ​ອາ​ຟ​ກາ​ນິ​ສະ​ຖານ​ໄດ້​ເພີ່ມ​ຂຶ້ນ​ເປັນ 57 ຄົນ
2018-04-23 10:00:38  cri 
ເຈົ້າ​ໜ້າ​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອາ​ຟ​ກາ​ນິ​ສະ​ຖານ​ເປີ​ດ​ເຜີຍ​ໃນ​ວັນ​ທີ 22 ເມ​ສາ​ນີ້​ວ່າ, ເຫດ​ການ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ຢູ່​ໃກ້​ກັບ​ບ່ອນ​ລົງ​ທະ​ບຽນ​ປະ​ຊາ​ຊົນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຫ່ງ​ໜຶ່ງ​ທີ່​ນະ​ຄອນຫຼວງ​ກາ​ບູນ​ໃນ​ມື້​ດຽວ​ກັນ​ຢ່າງ​ໜ້ອຍ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 57 ຄົນ ແລະ 119 ຄົນ​ໄດ້​ຮັບ​ບາດ​ເຈັບ. ໂຄ​ສົກ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອາ​ຟ​ກາ​ນິ​ສະ​ຖານ​ຢືນ​ຢັນ​ຕໍ່​ສື່ມວນ​ຊົນ​ໃນ​ມື້​ດຽວ​ກັນ​ວ່າ, ຜູ້​​ເສຍ​ຊີ​ວິດ​ໃນ​ເຫດ​ການ​ເທື່ອ​ນີ້​ສ່ວນຫຼາຍ​ແມ່ນ​ປະ​ຊາ​ຊົນ ເຊິ່ງ​ຢ່າງ​ໜ້ອຍ​ມີ​ແມ່​ຍິງ 21 ຄົນ ແລະ ເດັກ​ນ້ອຍ 5 ຄົນ. ນອກ​ນີ້, ຍັງ​ມີ​ແມ່​ຍິງ 47 ຄົນ ແລະ ເດັກ​ນ້ອຍ 16 ຄົນ​ໄດ້​ຮັບ​ບາດ​ເຈັບ. ພາຍຫຼັງ​ເກີດ​ເຫດ​ແລ້ວ, ຜູ້​ໄດ້​ຮັບ​ບາດ​ເຈັບ​ສ່ວນຫຼາຍ​ຖືກ​ສົ່ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ສຸກ​ເສີນ​ຢູ່​ໃນ​ເມືອງ​ກາ​ບູນ.

ກຸ່ມ​ຫົວ​ຮຸນ​ແຮງ "ລັດ​ອິ​ສ​ລາມ" ຫຼື IS ​ໄດ້ປະ​ກາດ​ຕົວ​ວ່າ​ເປັນ​ຜູ້​ກໍ່​ເຫດ​ການໃນ​ເທື່ອ​ນີ້. ທ່ານ​ອັບ​ດຸນ​ລາ ປະ​ທານ​ບໍ​ລິ​ຫານ​ສູງ​ສຸດ ແລະ ທ່ານ​ຮາ​ມິດ ກາ​ຈາ​ອີ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ກາ​ນິ​ສະ​ຖານ​ໄດ້​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ການຫຼອນ​ໂຈມ​ຕີ​ເທື່ອ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ