ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ
2018-04-24 10:22:21  cri 

ວັນ​ທີ 23 ເມ​ສາ​ນີ້,ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ຫຼັງຂະ​ຫຍາຍ​ປະ​ເທດ​ສະ​ມາ​ຊິກ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ເມ​ສາ​ນີ້,​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​​ສະ​ໜັບ​ສະ​ໜູນ​ແລະປະ​ສ​ານ​ສົມ​ທົບ​ກັນ​ຢ່າງ​ຕັ້ງ​ໜ້າ​ຂອງ​ບັນ​ດາ​ຝ່າຍ ແລະ​ໃຊ້​ໂອ​ກາດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ເທື່ອ​ນີ້​ຈະ​ເສີມ​ຂະ​ຫຍາຍ​ເນື້ອ​ໃນ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮແລະ​ ​ສ້າງ​ຄວາມ​ມີ​ຊີ​ວິດ​ຊີ​ວາຫຼາຍ​ຂຶ້ນ.​ ຈີນ​ຈະ​ກ້າວ​ເດີນຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ ແລະ​ເປັນ​ຜູ້​ກໍ່​ສ້າງ​ສັນ​ຕິ​ພາບ​ຂອງ​ໂລກ, ຜູ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ໂລກ​ ແລະ​ເປັນຜູ້​ຮັກ​ສາ​ລະ​ບຽບສາ​ກົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ທັງ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ.

ທ່ານ​ເຊີ​ເກ ຊອຍ​ກູ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ໄດ້​ຕາງ​ໜ້າ​ໃຫ້​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮຢືນ​ຢັນ​ວ່າ ພວກ​ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຢ່າງ​ສູງ​ຕໍ່​ຜົນ​ສຳ​ເລັດ​ທີ່​ຈີນ​ຍາດ​ມາ​ໄດ້​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ແລະ​ການ​ກໍ່​ສ້າງ​ດ້ານ​ການ​ປ້ອງ​ກັນ​ຊາດ ແລະ​ເຊື່ອ​ໝັ້​ນ​ວ່າ ພາຍ​ໃຕ້​ການ​ເອົາ​ໃຈ​ໃສ່​ແລະ​ຊີ້​ນຳ​ນຳ​ພາ​ຮ່ວມ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ແລະ​ປະ​ມຸກ​ລັດ​ບັນ​ດາ​ປະ​ເທດ, ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ປ້ອງ​ກັນ​ຊາດ​ຂອງ​ອົງ​ການ​ຕົນ​ຈະ​ຂໍຖື​​ເອົາໂອ​ກາດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຄັ້ງ​ນີ້​​ໃນ​ການພັດ​ທະ​ນາ​​ໃຫ້ເຖິງ​ລະ​ດັບ​ໃໝ່ ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ເຂົ້າ​ໃນ​ການ​ຮັກ​ສາ​ຜົນ​ປະ​ໂຫຍດ​ດ້ານ​ຍຸດ​ທະ​ສາດ​ຂອງ​ບັນ​ດາ​ປະ​ເທດ​​ລວມ​ເຖິງ​ການ​ຮັກ​ສາ​ສັນ​ຕິ​ພາບ​ແລະສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ