ມູນ​ນິ​ທິ​​ການຊ່ວຍ​ເຫຼືອ​ການ​ຮ່ວມ​ມື​ໃຕ້ໆຈີນ​ປະ​ສົບ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ​ໃນ​ການ​ຊ່ວຍ​ເຫຼືອ​ປາ​ກີ​ສະ​ຖານ​
2018-04-24 15:26:46  cri 
ພິ​ທີ​​ປິດ​ໂຄງ​ການ​ຊ່ວຍ​ເຫຼືອ​ປາ​ກີ​ສະ​ຖານ​ຂອງ​ມູນ​ທິ​ທິ​ການ​ຊ່ວຍ​ເຫຼືອ​​ການ​ຮ່ວມ​ມື​ໃຕ້ໆ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ອິ​ສ​ລາ​ມາ​ບັດ​ປະ​ເທດ​ປາ​ກີ​ສະ​ຖານ​ໃນ​ວັນ​ທີ 23 ເມ​ສາ​ນີ້ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ໂຄງ​ການ​ຊ່ວຍ​ເຫຼືອ​ປາ​ກີ​ສະ​ຖານ​ພາຍ​ໃຕ້​ຂອບ​ມູນ​ນິ​ທິ​ດັ່ງ​ກ່າວ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ທ່ານ​ອັກ​ຄະ​ລັດ​ຖະ​ທູດ ​ຈ້າວ​ລີ້​ຈ່ຽນ ທີ່​ປຶກ​ສາ​ຂອງສະ​ຖານ​ທູດ​ຈີນ​ປະ​ຈຳ​ປາ​ກີ​ສະ​ຖານ​ປະ​ກອບ​ຄຳ​ເຫັນ​ໃນ​ພິ​ທີ​ດັ່ງ​ກ່າວ​ວ່າ: ໂຄງ​ການ​ຊ່ວຍ​ເຫຼືອ​ປາ​ກີ​ສະ​ຖານ​ພາຍ​ໃຕ້​ຂອບ​ມູ​ນ​ນິ​ທິ​ການ​ຊ່ວຍ​ເຫຼືອ​​ການ​ຮ່ວມ​ມື​ໃຕ້ໆ​ຈີນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ດີຫຼັງ​ປະ​ຕິ​ບັດ​ມາ​ເປັ​ນ​ເວ​ລາ 4 ເດືອນ ເຊິ່ງ​ໄດ້​ຊ່ວຍ​​ຈັດ​ສັນ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້ປະ​ຊາ​ຊົນ​ຜູ້​ບໍ່​ມີ​ບ່ອນ​ເພິ່ງ​ພາ​ອາ​ໄສ​​ໃນ​ເຂດ​ພື້ນ​ທີ່​ຂອງ​ກົກ​ເຫຼົ່າ​ຕ່າງໆ​ຂ​ອງ​ປາ​ກີ​ສະ​ຖານ​ປະ​ມານ 8100 ຄອບ​ຄົວຫຼັງ​ກັບ​ຄືນ​ສູ່​​ບ້ານ​ເມືອງ ທັງສະ​ໜອງ​ອຸ​ປະ​ກອນ​ການ​ຮຽນ​ການ​ສອນໃຫ້ ໂຮງ​ຮຽນ 423 ແຫ່ງ​ຂອງ​ແຂວງ​ບາ​ໂລ​ສ ເຊິ່ງ​ໄດ້​ມອບ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ປາ​ກີ​ສະ​ຖານ​ເກືອບ 2 ແສນ 4 ໝື່ນ​ຄົນ​. ທ່ານ​ຈ້າວ​ລີ້​ຈ່ຽນ ຢືນ​ຢັນ​ວ່າ ໃນ​ຕໍ່​ໜ້າ, ລັດ​ຖະ​ບານ​ຈີນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ໂຄງ​ການ​ເພື່ອ​ຊ່ວຍ​ເຫຼືອ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ປາ​ກີ​ສະ​ຖານ​ໃຫ້ຫຼາຍກວ່າ​ເກົ່າ, ​ປັບ​ປຸງ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຈີນ-ປາ​ກີ​ສະ​ຖານ​ໃຫ້​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ