ຜູ້​ສືບ​ທອດ​ສີ​ມື​ຜະ​ລິດ​ເຄື່ອງ​ຫັດ​ຖະ​ກຳ​ທອງ
2018-04-24 16:50:37  cri 

ຜ່ານ​ມາ, ເຄື່ອງ​ຫັດ​ຖະ​ກຳ​ທອງ​ຂອງ​ເມືອງ​ລີ້​ຈ່ຽງ ແຂວງ​ຢູນ​ນານ​ເປັນ​ສິນ​ຄ້າ​ສົ່ງອອກ​ຂາຍ​ ​ຕ່າງ​ແຂວງ​ເປັນ​ຈຳ​ນວນຫຼວງຫຼາຍ​ຜ່ານ​ເສັ້ນ​ທາງ​ຊາ​ມ້າບູ​ຮານ ທັງ​ເປັນຊັບ​ສິນ​ທີ່​ພໍ່​ແມ່​​ນິ​ຍົມ​ມອບໃຫ້​ລູກ​ສາວ​ຍາມ​ລົງ​ເຮືອນ​ສຳ​ລັບ​ເຜົ່າ​ນ້າ​ຊີ່. ເວົ້າ​ສຳ​ລັບ​ຄອບ​ຄົວ​ຊາວ​ເຜົ່າ​ນ້າ​ຊີ່​ແລ້ວ, ເຂົາ​ເຈົ້າ​ ​ຖື​ວ່າ​ມີ​ກຽດ​ສະ​ຫງ່າ​ຢ່າງ​ຍິ່ງ​ຫາກຄອບ​ຄົວ​ຕົນ​ມີ​ເຄື່ອງ​ຫັດ​ຖະ​ກຳ​ທອງ​​ໄວ້​ຢູ່​ໃນຄອບ​ຄອງ. ແຕ່​ມາ​ເຖິງ​ປັດ​ຈຸ​ບັນ, ​ຢູ່ເມືອງ​ລີ້​ຈ່ຽງ​ເຫຼືອ​ແຕ່​ຄອບ​ຄົວ​ທ່ານ​ເຫີ​ຊ້​ານ​ຈຸ່ນ​ເທົ່າ​ນັ້ນ​ຍັງ​ເຮັດ​ຫັດ​ຖະ​ກຳ​ທອງ​ຢູ່​ເພື່ອ​ສືບ​ທອດ​ສີ​ມື​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຜົ່າ​ນ້າ​ຊີ່. ຫຼັງ​ຈົບ​ມັດ​ທະ​ຍົມ​​ຕອນ​ຕົ້ນ​ແລ້ວ, ທ່ານ​ເຫີ​ຊ້ານ​ຈຸ່ນ​ກໍ​ຮຽນ​ສີ​ມື​ຜະ​ລິດ​ເຄື່ອງ​ຫັດ​ຖະ​ກຳ​ທອງ​ນຳ​ພໍ່​ທີ່​ສືບ​ທອດ​ມາ​ຈາກ​ປູ່​ຍ່າ​ຕາ​ຍາຍ​ແລະ​ດຳ​ເນີນ​ການ​ມາ​ຈົນ​ຮອດ​ປັດ​ຈຸ​ບັນ​​ເປັນ​ເວ​ລາ 32 ປີ​​ມາແລ້ວ.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ