ຈີນ​ໄດ້​ຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ເຄັ່ງຂຶມ​ຕໍ່ອາ​ເມ​ລິ​ກາກ່ຽວ​ກັບ​ບົດ​ລາຍ​ງານ​ສິດ​ທິມະນຸ​ດ
2018-04-24 18:19:16  cri 
ມໍ່ໆ​ມາ​ນີ້, ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ​ໄດ້​​ເຜີຍ​ແຜ່ "ບົດ​ລາຍ​ງານ​ສິດ​ທິມະ​ນຸດປະ​ເທດ​ຕ່າງໆ​ປີ 2017" ​ເຊິ່ງ​ໄດ້​ຕຳ​ໜິຕິຕຽນສະພາບ​ການ​ສິດທິ​ມະນຸດຂອງ​ຈີນອີກ​ເທື່ອ​ໜຶ່ງ. ຕໍ່​ເລື່ອງ​ນີ້, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງ​ຂ່າວ​​ໃນ​ວັນ​ທີ 23 ​ເມສາ​ນີ້ວ່າ: ຈີນ​ໄດ້ຕໍ່​ວ່າ​ທັກ​ທ້ວງຢ່າງ​ເຄັ່ງ​ຂຶມ​ຕໍ່ອາ​ເມ​ລິ​ກາ​ແລ້ວ.

ທ່ານ​ກ່າວ​ຕື່ມ​ວ່າ: ນັບ​ແຕ່​ວັນ​ສ້າງ​ຕັ້ງ​ປະ​ເທດ​ສາທາລະນະ​ລັດ ປະຊາຊົນ​ຈີນ​ເປັນ​ຕົ້ນ​ມາ, ​ໂດຍ​ສະ​ເພາະ​ແມ່ນ​ນັບ​ແຕ່​ການ​ປະຕິ​ຮູບ ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​​ໄລຍະ 40 ປີຜ່ານມາ, ພາລະກິດ​ສິດ​ທິມະນຸດ​ຈີນ​ໄດ້​ຮັບ​ໝາກຜົນ​ອັນ​​ເປັນປະຫວັດສາດ, ປະຊາຊົນ​ຈີນ​ມີ​ສິດ​ອອກສຽງຫຼາຍທີ່​ສຸດຕໍ່​ເລື່ອງ​ນີ້. ອາ​ເມ​ລິ​ກາ​​ເປີດ​ເຜີຍ​ບົດ​ລາຍ​ງານຄື​ແບບ​ນີ້​ໃນ​ແຕ່ລະ​ປີ, ຕິຕຽນ​ປະ​ເທດອື່ນໆ ​ເຊິ່ງ​ເຮັດ​ໃຫ້​ປະ​ເທດສະມາ​ຊິກຂອງ​ປະຊາ​ຄົມ​ໂລກຫຼາຍ​ປະ​ເທດມີ​ສຽງ​ຄັດຄ້ານ. ​ເນື້ອ​ໃນ​ທີ່​ກ່ຽວ​ກັບປະ​ເທດ​ຈີນ​ຂອງບົດ​ລາຍ​ງານ​ປີ​ນີ້​ໄດ້​ຄາດ​ເຄື່ອນ​ຈາກ​ຄວາມ​ຈິງ ​ແລະ​ມີອະ​ຄະຕິ​ເຕັ​ມປ່ຽມ. ຈີນ​ໄດ້​ຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ເຄັ່ງຂຶມຕໍ່ອາ​ເມ​ລິ​ກາ, ບອກ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ຢ່າງ​ຈະ​ແຈ້ງວ່າ: ການແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ປະ​ເທດ​ຈີນ ​ແລະການ​ສ້າງ​ຜົນ​ກະທົບ​ຕໍ່​ການພັດທະນາ​ຂອງ​ຈີນ​​ດ້ວຍວິທີ​ແບບ​ນີ້ ຈະ​ເປັນ​ພຽງ​ຄວາ​ມພະຍາຍາມ​ທີ່​ເສຍ​​ເປົ່າ​ບໍ່​ວ່າ​ໃນ​ອະດີດ ​ຫຼື ​ໃນ​ອະນາ​ຄົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ