ນັກ​ເສດຖະສາດ​ຂອງ IMF ຕິຕຽນຄວາມ​ຮູ້​ຜິດ​ຂອງ​ອາ​ເມ​ລິ​ກາ​ຕໍ່ການ​ຫຼຸດ​ລົງຂາ​ດດຸນ​ການ​ຄ້າ
2018-04-24 18:26:00  cri 

ທ່ານ​ມາວຣິສ ​ອົບ​ສ​ເທິ​ໂຟດ ຫົວໜ້ານັກ​ເສດຖະສາດຂອງ IMF ​ໄດ້​ພິມ​ບົດ​ຄວາມ​ລົງ "ໜັງສືພິມ​ຟີ​ນານ​ໂຊ​ແທັສ" ອັງກິດ​ສະບັບ​ວັນ​ທີ 23 ​ເມສາ​ນີ້​ໂດຍ​ໄດ້ຕຳ​ໜິຕິຕຽນ​ຄວາມ​ຮູ​ຜິດ​ຂອງ​ອາ​ເມ​ລິ​ກາ​ຕໍ່​ການ​ຫຼຸດການ​ຂາດ​ດຸນ​ການ​ຄ້າ​ໃຫ້​ໜ້ອຍ​ລົງ ​ແລະ​ຊີ້​ໃຫ້​ເຫັນ​ວ່າ ການ​ຫຼຸດ​ການຂາດ​ດຸນ​ການ​ຄ້າ​ໃຫ້​ໜ້ອຍ​ລົງ​ບໍ່​ໝາຍ​ຄວາມ​ວ່າການ​ເພີ່ມ​ສະ​ຫວັດ​ດີກາ​ນກາ​ນຄ້າ, ຂະນະ​ດຽວ​ກັນ ການ​ຫຼຸດ​ການຂາດ​ດຸນ​ການ​ຄ້າ​ຕໍ່​ບາງ​ປະ​ເທດ​ບໍ່​ສາມາ​ດປ່ຽນ​ແປງ​ສະພາບ​ການລາຍ​ຮັບ​ລາຍ​ຈ່າຍ​ລວມດ້ານ​ການ​ຄ້າຂອງ​ອາ​ເມ​ລິ​ກາ.


​ເຖິງ​ແມ່ນ​ວ່າ​ອາ​ເມ​ລິ​ກາ​ຢາກ​ຫຼຸດ​ການຂາດ​ດຸນ​ການ​ຄ້າ​ຕໍ່​ປະ​ເທດຄູ່​ຮ່ວມການ​ຄ້າ ຄື: ​​ແມັກ​ຊິກ, ສ ​ເກົາຫຼີ, ຈີນ ​ແລະ​ອື່ນໆ​ໂດຍ​ຜ່ານ​ການ​ເຈລະຈາກໍ​ຕາມ, ​ແຕ່​ການ​ກະທຳ​​ແບບ​ນີ້​ບໍ່​ສາມາດ​ປັບປຸງ​ສະພາບ​ການ​ລາຍ​ຮັບລາຍຈ່າຍດ້ານ​ການ​ຄ້າ​ລວມ​ຂອງ​ອາ​ເມ​ລິ​ກາ. ຂະນະ​ດຽວ​ກັນ, ຄຽງ​ຄູ່​ກັບ​ອາ​ເມ​ລິ​ກາຫຼຸດສ່ວຍສາ​ອາກອນ​ໃຫ້​ໜ້ອຍ​ລົງ ​ແລະ​ເພີ່ມ​ທະວີ​ການ​ລາຍ​ຈ່າຍ​​ຂອງ​ລັດຖະບານ, ການ​ຫຼຸດການ​ຂາດ​ດຸນ​ການ​ຄ້າ​ຕໍ່​ປະ​ເທດ​ອື່ນໆ​ຈະ​ມີ​ຄວາມ​​ຫຍຸ້ງຍາກ​ຫຼາຍຍິ່ງ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ