ເຈົ້າ​ໜ້າ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຍ້ອງ​ຍໍ​ຈີນ​ທີ່​ໃຫ້​ການປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຕໍ່​ສະຖຽນ​ລະ​ພາບ ແລະ ການ​ພັ​ດ​ທະ​ນາ​ຂອງ​ພາກ​ພື້ນ
2018-04-24 10:25:37  cri 
ສະ​ຖານ​ທູດ​ຈີນ​ປະ​ຈຳ​ອາ​ຟ​ກາ​ນິ​ສະ​ຖານ​ໄດ້​ຈັດ​ງານ​ລ້ຽງ​ຮັບ​ຮອງ "ຈີນ-ອົງ​ການ​ສະ​ຫະ​ປະ​ຊາ​ຊາດ-ອາ​ຟ​ກາ​ນິ​ສະ​ຖານ: ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ" ໃນ​ວັນ​ທີ 22 ເມ​ສາ​ນີ້. ທ່ານ​ຕະ​ດະ​ມິ​ຈິ ຢະ​ມະ​ໂມະ​ໂຕະ ຜູ້​ຮັບ​ຜິດ​ຊອບ​ຄະ​ນະ​ຊ່ວຍ​ເຫຼືອ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ອາ​ຟ​ກາ​ນິ​ສະ​ຖານ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ ແລະ ກ່າວ​ວ່າ, ຈີນ​ສົ່ງ​ເສີມ ແລະ ​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ແລະ ແລວ​ເສດ​ຖະ​ກິດ​ຈີນ-ປາ​ກິ​ສະ​ຖານ ໂດຍສອດ​ຄ່ອງ​ກັບ​ຄວາມ​ປາ​ຖະ​ໜາ​ຮ່ວມ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ເຊິ່ງ​ໄດ້​ນຳ​ເອົາ​ໂອ​ກາດ​ສຳ​ຄັນ​ມາ​ໃຫ້​ການ​ໄປ​ມາ​ຫາ​ສູ່​ທາງ​ການ​ຄ້າ, ການ​ພັດ​ທະ​ນາ​ທາງ​ສັງ​ຄົມ​​ຂອງອາ​ຟ​ກາ​ນິ​ສະ​ຖານ ແລະ ພ​າກ​ພື້ນ​ນີ້.

ທ່ານ​ກ່າວ​ຕື່ມ​ວ່າ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ຈີນ​ມີ​ອະ​ນາ​ຄົດ​ການ​ຮ່ວມ​ມື​ທີ່ກວ້າງ​ຂວາງ​ຢູ່​ອາ​ຟ​ກາ​ນິ​ສະ​ຖານ ເຊິ່ງ​ມີ​ເນື້ອ​ໃນ​ກ່ຽວ​ພັນ​ເຖິງ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ, ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ການ​ກໍ່​ສ້າງ​ຄວາມ​ສາ​ມາດ​ຂອງ​ລັດ​ຖະ​ບານ, ປາບ​ປາມ​ຢາ​ເສບ​ຕິດ, ການ​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ, ການຫຼຸດ​ຜ່ອນ​ໄພ​ພິ​ບັດ ແລະ ອື່ນໆ. ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ຈະພະ​ຍາ​ຍາມ​​ຮ່ວມກັບ​ຈີນ ເພື່ອ​ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​​ໃນ​ວຽກ​ງານ​ການ​ຮັກ​ສາສະ​​ຖຽນ​ລະ​ພາບ ແລະ ​ສ້າງຄວາ​ມ​ຈະ​ເລີນ​ຮຸ່ງ​ເຮືອງ​​ແກ່​ອາ​ຟ​ກາ​ນິ​ສະ​ຖານ ກໍ​ຄື​​ແກ່ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ