ສະ​ພາ​ການ​ຄ້າ​ສິງ​ກະ​ໂປ​​ກຳ​ແພງນະ​ຄອນ​ຊຽງ​ໄຮ​ນຳ​ພາ​ການ​ສ້າງ​ສ​ະ​ຫະ​ພັນ​ປະ​ດິດ​ສ້າງ​ໃໝ່​ຈີນ-ສິງ​ກະ​ໂປ
2018-04-24 14:19:02  cri 
ໜັງ​ສື​ພິມຫຼຽນ​ເຫີ​ຈາວ​ປ້າວ​ຂອງ​ສິງ​ກະ​ໂປ​ສະ​ບັບ​ວັນ​ທີ 21 ເມ​ສາ​ນີ້​ລາຍ​ງານ​ວ່າ, ສະ​ພາ​ການ​ຄ້າ​ສິງ​ກະ​ໂປ​​ກຳ​ແພງນະ​ຄອນ​ຊຽງ​ໄຮ​ໄດ້​ຮ່ວມ​ກັບ​ວິ​ສາ​ຫະ​ກິດ ແລະ ອົງ​ການ​ຈັດ​ຕັ້ງ 6 ແຫ່ງ, ​ສ້າງ​ສ​ະ​ຫະ​ພັນ​ປະ​ດິດ​ສ້າງ​ໃໝ່​ຈີນ-ສິງ​ກະ​ໂປ ເພື່ອ​ຊ່ວຍ​ວິ​ສາ​ຫະ​ກິດ​ສິງ​ກະ​ໂປ ແລະ ຈີນ​ຊົມ​ໃຊ້​ຊັບ​ພະ​ຍາ​ກອນ​ຮ່ວມ​ກັນ ແລະ ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ປະ​ດິດ​ສ້າງ​ໃໝ່ ແລະ ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ.

ໃນ​ໄລ​ຍະ​ເລີ່ມ​ຕົ້ນ, ສະ​ຫະ​ພັນ​ປະ​ດິດ​ສ້າງ​ໃໝ່​ຈີນ-ສິງ​ກະ​ໂປ​​ຈະ​ດຳ​ເນີນ​ວຽກ​ງານຕົ້ນ​ຕໍ​​ຄື​ການ​ຊ່ວຍ​ວິ​ສາ​ຫະ​ກິດ​ກຳ​ແພງ​ນະ​ຄອນ​ຊຽງ​ໄຮ ແລະ ສິງ​ກະ​ໂປ ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະ​ກິດ​ໃນ​ຂົງ​ເຂດ​ປະ​ດິດ​ສ້າງ​ໃໝ່ ແລະ ຂົງ​ເຂດ​ວິ​ທະ​ຍ​າ​ສາດ​ເຕັກ​ໂນ​ໂລ​ຊີ​ດຳ​ເນີນ​ການຢ້ຽມ​ຢາມ​ກັນ ແລະ ຊ່ວຍ​ວິ​ສາ​ຫະ​ກິດ​ຊອກ​ຮູ້​ສະ​ພາບ​ການ​ຕະຫຼາດ​ຂອງ​ກັນ. ໃນ​ອະ​ນາ​ຄົດ, ສະ​ຫະ​ພັນ​ຍັງ​ຈະ​ເປີດກວ້າງ​ເຄືອ​ຂ່າຍ​ໄປ​ເຖິງ​ທົ່ວ​ປະ​ເທດ​ຈີນ ແລະ ບັນ​ດາ​ປະ​ເທດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ