ສືບທອດ​ອັນ​ເກົ່າ​ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ ຮ່ວມ​ມື​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ທີ່​ໜັກ​ແໜ້ນ
2018-04-25 09:45:41  cri 


(ທ່ານ​ຫວາງ​ເວີນ​ຖຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສ​ປ​ຈີນ ປະ​ຈຳ ສ​ປ​ປ​ ລາວ ຂຽນ​ບົດ​ອວຍ​ພອນ​ການ​ຄົບ​ຮອບ 57 ປີ​ຂອງ​ສາຍ​ພົ​ພ​ວັນ​ທາງ​ການ​ທູດ​ລະ​ຫວ່າງ​ຈີນ-ລາວ​ໃ)


ວັນ​ທີ 25 ເມ​ສາ 1961 ຖື​ເປັນ​ວັນ​ໜຶ່ງ​ທີ່​ໜ້າ​ຈາ​ລຶກ​ໄວ້​ໃນ​ປະ​ຫວັດ​ສາດ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ-ລາວ ເຊິ່ງ​ເປັນ​ມື້​ທີ່​ການ​ນຳ​ສອງ​ປະ​ເທດໄດ້ທຳ​ການຕົກ​ລົງ​ຄັ້ງ​ປະ​ຫວັດ​ສາດ​ດ້ວຍ​ສາຍ​ຕາ​ຍຸດ​ທະ​ສາດ​ອັນ​ຍາວ​ໄກ​ແລະ​ສະ​ຕິ​ປັນ​ຍາ​ທາງ​ການ​ເມືອງ​ທີ່​ໂດດ​ເດັ່ນ​ເພື່ອສ້າງ​ການ​ພົວ​ພັນ​ທາງ​ການ​ທູດ, ອັນ​ໄດ້ໄຂ​ສັງ​ກາດ​ໃໝ່​ແຫ່ງ​ມິດ​ຕະ​ພາບ​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ຕະ​ຫຼອດ​ໄລ​ຍະ 57 ປີ​ມານີ້, ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຈີນ-ລາວ​ໄດ້​ທົນ​ຕໍ່​ການ​ທົດ​ສອດ​ແຫ່ງ​ການ​ປ່ຽນ​ແປງ​ຂອງ​ຍຸກ​ສະ​ໄໝ​ແລະ​ການ​ປ່ຽນ​ແປງ​ຂອງ​ສະ​ຖາ​ນະ​ການ​ໂລກ, ຜູກ​ພັນ​ກັນ​ດ້ວຍ​ຄວາມ​ຈິງ​ໃຈ ຊ່ວຍ​ຊູ​ຍູ້​ໜູນ​ເຊິ່ງ​ກັນ​ແລະ​ກັນ, ໄດ້​ສ້າງ​ເປັນ​ແບບ​ຢ່າງ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ທີ່​ຕ່າງ​ຝ່າຍ​ຕ​ອາງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ. ປະ​ຈຸ​ບັນ, ການ​ພົວ​ພັນ​ຈີນ-ລາວ​ພວມ​ຢູ່​ໃນ​ໄລ​ຍະ​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ, ໄດ້​ຈໍ່​ຕົວ​ເປັນ​ສະ​ຖາ​ນະ​ການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ໃນ​ຫຼາຍລະ​ດັບ ແລະ​ໃນ​ຂົງ​ເຂດ​ທີ່ກວ້າງ​ຂວາງ.

ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ທາງ​ການ​ເມືອງ​ໄດ້​ຍົກ​ສູງ​ຂຶ້ນ​ເລື້ອຍໆ. ຈີນ-ລາວ ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ນຳ​ພາ​ໂດຍ​ພັກ​ກອມ​ມູ​ນິດ, ມີ​ອຸ​ດົມ​ການ​ເຊັ່ນ​ດຽວ​ກັນ, ເສັ້ນ​ທາງ​ພັດ​ທະ​ນາ​ກໍ່​ຄ້າຍ​ຄື​ກັນ, ອະ​ນາ​ຄົດ​ແລະ​ຊາ​ຕາ​ກຳ​ມີ​ການ​ຜູກ​ພັນ​ກັນ. ການ​ນຳ​ສອງ​ພັກ​ແລະ​ລັດ​ຖະ​ບານ​ສອງ​ປະ​ເທດ​ໄດ້​ຮັກ​ສາ​ການ​ພົບ​ປະ​ປະ​ຈຳ​ປີ​ເປັນ​ເວ​ລາ​ດົນ​ນານ​ມາ, ໄດ້​ກຳ​ກັບ​ສະ​ພາບ​ລວມ​ແຫ່ງ​ການ​ພົວ​ພັນ​ຈີນ-ລາວ​ຈາກ​ຄວາມ​ສູງ​ຍຸດ​ທະ​ສາດ​ຕະ​ຫຼອດ​ມາ ແລະ​ໄດ້​ວາງ​ແຜນ​ຜັງ​ໃຫ້​ແກ່​ການ​ພັດ​ທະ​ນາ​ກາ​ນ​ພົວ​ພັນ​ສອງ​ປະ​ເທດ​ໃນ​ອະ​ນາ​ຄົດ​ຈາກ​ດ້ານກວມ​ລວມ. ເດືອນ​ພະ​ຈິກ 2017, ທ່ານ​ສີຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ຢ້ຽມ​ຢາມ ສ​ປ​ປ ລາວ​ຢ່າງ​ສຳ​ເລັດ​ຜົນ, ໄດ້​ຮ່ວມ​ກັບ​ທ່ານ​ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິວັດ​ລາວ ປະ​ທານ​ປະ​ເທດ​ ສ​ປ​ປ ລາວ​ວາງ​ແຜນ​ຜັງ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຈີນ-ລາວ​ໃນ​ຍຸກ​ໃໝ່, ເປັນ​ເອ​ກກະ​ສັນ​ກັນ​ເຫັນ​ດີ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຢ່າງ​ໝັ້ນ​ແກ່ນ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານຈີນ-ລາວ​ທີ່​ຕ່າງ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ຕ່າງ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຂຶ້​ນ​ສູ່​ລະ​ດັບ​ສູງ​ໃໝ່.

ການ​ເຊື່ອມ​ຕໍ່​ກັນ​ດ້ານ​ຍຸດ​ທະ​ສາດ​ນັບ​ມື້​ນັບ​ເພີ່ມ​ທະ​ວີ​ຂຶ້ນ. ຂໍ​ລິ​ເລີ່ມ "ໜຶ່ງ​ແລວ ໜຶ່ງ​ເສັ້ນ​ທາງ" ຂອງ​ຈີນ ​ແລະ​ຍຸດ​ທະ​ສາດ "ຫັນ​ຈາກ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ເປັນ​ປະ​ເທດ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ"ຂອງ​ລາວ​ມີ​ລັກ​ສະ​ນະ​ຄ້າຍ​ຄື​ກັນ, ການ​ນຳ​ສອງ​ປະ​ເທດ​ເຫັນ​ດີ​ຖື​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວເປັນ​ພື້ນ​ຖານ, ຮ່ວມ​ກັນ​ສ້າງ​ລະ​ບຽງ​ເສດ​ຖະ​ກິດ​ຈີນ-ລາວ ທີ່​ທາງ​ພາກ​ເໜືອ​ເລີ່ມ​ຈາກ​ແຂວງ​ຢຸນ​ນານ​ຈີນ​ລົງໄປ​ເຖິງ​ພາກ​ໃຕ້​ຂອງ​ລາວ. ປັດ​ຈຸ​ບັນ, ໂຄງ​ການ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວພວມ​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ. ໂຄງ​ການ​ດາວ​ທຽມ​ຈີນ-ລາວ ໄດ້​ຢູ່​ໃນໄລ​ຍະ​ໝູນ​ເດີນ​ແລະ​ຄຸ້ມ​ຄອງ​ບໍ​ລິ​ຫານ, ແລະ​ໄດ້​ເປີດ​ການ​ບໍ​ລິ​ການ​ດ້ານ​ໂທ​ລະ​ຄົມ​ດາວ​ທຽມ, ໂທ​ລະ​ພາບ​ດາວ​ທຽມ​ແລະ​ໂຄ​ລະ​ຄົມ​ມະ​ນາ​ຄົມ​ທາງ​ໜ້າ​ດິນ. ໂຄງ​ການ​ເຄື່ອນ​ໄຟ​ຟ້າ​ນ້ຳ​ຕົກ ແລະ​ໂຄງ​ການ​ສົ່ງ​ໄຟ​ຟ້າ​ຫຼາຍ​ຄົງ​ການ​ພວມ​ກໍ່​ສ້າງ​ຢູ່, ອັນ​ໄດ້​ຜ່ອນ​ຄາຍ​ບັນ​ຫາ​ຂາດ​ເຂີນ​ພະ​ລັງ​​ໄຟ​ຟ້າ​ຂອງ​ລາວ, ພວມ​ຊ່ວຍ​ປະ​ເທດ​ລາວ​ບັນ​ລຸ​ເປົ້າ​ໝາຍ​ພັດ​ທະ​ນາ​ທີ່​ຖືເອົາການຜະລິດພະລັງງານໄຟຟ້າເປັນພື້ນຖານໃນການ ພັດທະນາເສດຖະກິດແຫ່ງຊາດ.ການ​ສ້າງ​ສ້າ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ບໍ່​ຫານ-ບໍ່​ເຕັນ​ແລະ​ເຂດ​ພັດ​ທະ​ນາ​ໄຊ​ເສດ​ຖາ​ວຽງ​ຈັນ​ພວມກ້າວ​ໄປ​ໜ້າ​ຢ່າງໜັກ​ແໜ້ນ ເຊິ່ງວິ​ສາ​ຫະ​ກິດ​ແລະ​ອົງ​ການ​ຈັດ​ຕັ້ງ​ຫຼາຍ​ແຫ່ງ​ໄດ້​ເຂົ້າ​ປະ​ຈຳຢູ່​ໃນ​ເຂດ​ດັ່ງ​ກ່າວ, ອັນ​ໄດ້​ຊ່ວຍ​ປະ​ເທດ​ລາວ​ບັນ​ລຸ​ການ​ຍົກ​ລະ​ດັບ​ຂະ​ແໜງ​ການ, ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ, ຊຸກ​ຍູ້​ການ​ປະ​ກອບ​ອາ​ຊີບ ແລະ​ນຳ​ພາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ພັດ​ທະ​ນາ​ໄປ. ປັດ​ຈຸ​ບັນ ພາກ​ສ່ວ​ນ​ຕ່າງໆ​ຂອງ​ສອງ​ປ​ເທດ​ພວມ​ເລັ່ງ​ລັດ​ການ​ຜັນ​ຂະ​ຫຍາຍ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ການ​ນຳ​ສອງ​ປະ​ເທດ, ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໂດຍ​ຜ່ານ​ຈາກ​ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ກັນ​ດ້ານ​ຍຸດ​ທະ​ສາດ.

ການ​ຮ່ວມ​ມື​ຢ່າງ​ຕິດ​ແທດ​ຕົວ​ຈິງ​ສືບ​ຕໍ່​ລົງ​ເລິກ​ໄປ. ການ​ຮ່ວມ​ມື​ຢ່າງ​ຕິດ​ແທດ​ຕົວ​ຈິງ​ລະ​ຫວ່າງ​ຈີນ-ລາວ​ໄດ້​ຍຶດ​ໝັ້ນ​ຫຼັກ​ການ​ສະ​ເໝີ​ພາບ​ ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຕະ​ຫຼອດ​ມາ, ຈີນ​ຊົມ​ເຊີຍ​ລາວ​ທີ່​ໄດ້​ຮັບ​ໂອ​ກາດ​ພັດ​ທະ​ນາ​ໄປ​ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງວ່ອງ​ໄວ​ຂອງ​ຈີນ. ປັດ​ຈຸ​ບັນ, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ລົງ​ທຶນ​ຫຼາຍ​ທີ່​ສຸດ ແລະ​ຄູ່​ການ​ຄ້າ​ໃຫຍ່​ອັນ​ອັນ​ທີ 2 ຂອງ​ລາວ. ປີ 2017 ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ບັນ​ລຸ 3 ຕື້ 2 ແສນ​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ​ຫຼາຍກວ່າ​ປີ 2016 28,6%, ອັດ​ຕາ​ເພີ່ມເປັນ​ທີ 2 ໃນ​ບັນ​ດາ​ປະ​ເທດ​ອາ​ຊຽນ; ການ​ຄ້າ​ຂາ​ອອກ​ຈີນ​ຂອງ​ສິນ​ຄ້າ​ລາວ​ກໍ່​ເພີ່ມ​ຂຶ້ນ​ເລື້ອຍໆ, ເຂົ້າ​ສານ, ກາ​ເຟ, ໝາກ​ກ້ວຍ, ໝາກ​ໂມ​ແລະ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ປອດ​ສານ​ພິດ​ຕ່າງໆ​ໄດ້​ວາງ​ຂາຍ​ຢູ່​ໃນ​ຊຸບ​ເບີ​ມາ​ເກັດ​ແລະ​ຮ້ານ​ຄ້າ​ທາງ​ອິນ​ເຕີ​ແນັດຂອງ​ຈີນ. ການ​ລົງ​ທຶນໂດຍ​ກົງ​ທີ່​ບໍ່​ແມ່ນ​ປະ​ເພດ​ການ​ທະ​ນາ​ຄານ​ຂອງ​ຈີນ​ຕໍ່​ລາວ​ບັນ​ລຸ 1 ຕື້ 380 ລ້ານ​ໂດ​ລາ​ສະ​ລັດ, ເພີ່ມ​ຂຶ້ນ​ຫຼາຍກວ່າ​ໄລ​ຍະ​ດຽວ​ກັນ 139,1%, ອັດ​ຕາ​ເພີ່ມ​ເປັນອັນ​ທີ 1 ໃນ​ບັນ​ດາ​ປະ​ເທດ​ອາ​ຊຽນ. ປະ​ຈຸ​ບັນ, ​ຈີນ​ລົງ​ທຶນໂດຍ​ກົງ​ຢູ່​ລາວ ນັບ​ລວມ​ກັນ​ແລ້ວ​ຫຼາຍກວ່າ 6 ຕື້ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ, ອັນ​ໄດ້​ຊຸກ​ຍູ້​ຂະ​ແໜງ​ການ​ພະ​ລັງ​ງານ​ໄຟ​ຟ້າ​ນ້ຳ​ຕົກ, ບໍ່​ແຮ່, ການ​ບໍ​ລິ​ການ, ການ​ຄ້າ ​ແລະ​ຂະ​ແໜງ​ການ​ອື່ນໆ​ພັດ​ທະ​ນາ​ຢ່າງ​ໃຫຍ່​ຫຼວງ. ຈີນ​ຍັງ​ໄດ້​ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ດ້ານ​ເສດ​ຖະ​ກິດ​ຕໍ່​ປະ​ເທດ​ລາວ, ໃນ​ຫຼາຍ​ປີ​ມໍ່ໆ​ມານີ້ ໄດ້​ສ້າງ​ໂຄງ​ການ​ຊ່ວຍ​ເຫຼືອ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈຳ​ນວນ​ໜຶ່ງ​ຂຶ້ນເຊັ່ນ: ໂຮງ​ໝໍ, ເສັ້ນ​ທາງ, ໂຮງ​ຮຽນ​ ແລະ​ອື່ນໆ, ອັນ​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ລາວ.

ການ​ແລກ​ປ່ຽນ​ດ້ານ​ບຸກ​ຄະ​ລາ​ກອນ ​ແລະ​ວັດ​ທະ​ນະ​ທຳ​ມີ​ຄວາມ​ແໜ້ນ​ແຟ້ນ​ຂຶ້ນ​ຕື່ມ. ຈີນ-ລາວ​ມີ​ພູ​ຜາ​ສາຍ​ນ້ຳ​ຕິດ​ຈອດ​ກັນ. ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ຮັດ​ແໜ້ນ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ປັດ​ຈຸ​ບັນ ຢູ່​ລະ​ຫວ່າງ​ຈີນ-ລາວ​ ມີ​ເສັ້ນ​ທາງ​ການ​ບິນ 10 ເສັ້ນ, ແຕ່​ລະ​ອາ​ທິດ​ມີ​ຖ້​ຽວ​ບິນ​ໄປ​ມາ​ຫາ​ກັນ 69 ຖ້ຽວ. ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ຢູ່​ລາວ​ເພີ່ມ​ຂຶ້ນ​ຄູ່​ປີ, ປີ​ກາຍນີ້​ບັນ​ລຸ​ເຖິງ 7 ແສນ 6 ໝື່ນເທື່ອ​ຄົນ. ຈີນ​ໄດ້​ກາຍ​ເປັນ​ປະ​ເທດ ທີ່​ເລືອກ​ກ່ອນ​ໝູ່​ສຳ​ລັບ​ນັກ​ສຶກ​ສາ​ລາວ ໄປ​ຮຽນ​ຢູ່​ຕ່າງ​ປະ​ເທດ. ນັບ​ມາ​ຮອດ​ປີ 2017, ນັກ​ສຶກ​ສາ​ລາວ​ທີ່​ຮຽນ​ຢູ່​ຈີນ​ທີ່​ໄດ້​ຮັບ​ທຶນ​ສຶກ​ສາ​ຈາກ​ລັດ​ຖະ​ບານ​ຈີນ​ບັນ​ລຸ 3416 ຄົນ. ຢູ່​ລາວ​ກໍ່​ເກີດ​ມີ​ກະ​ແສ​ມັກ​ຮຽນ​ພາ​ສາ​ຈີນ. ສະ​ຖາ​ບັນ​ຂົງ​ຈື້​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ, ມະ​ຫາ​ວິ​ທະ​ຍາ​ໄລ​ຊູ​ໂຈ່ວ​ຂອງ​ປະ​ເທດ​ລາວ​ ໄດ້​ກາຍ​ເປັນ​ເວ​ທີ​ໃໝ່​ແຫ່ງ​ການ​ແລກ​ປ່ຽນ​ກັນ​ດ້ານ​ວັດ​ທະ​ນະ​ທຳ ​ແລະ​ການ​ສຶກ​ສາ​ລະ​ຫວ່າງ​ສອງ​ປະ​ເທດ. ວິ​ທະ​ຍຸ FM93 ຂອງວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ (CRI) ໄດ້​ຮັບ​ຄວ​າມ​ນິ​ຍົມ​ຊົມ​ຊອບ​ຈາກ​ຜູ້​ຟັງ​ລາວ,​ໄດ້​ລາຍ​ງານ​ຂ່າວ​ຄາວ​ລະ​ຫວ່າງ​ສອງ​ປະ​ເທດ, ກາຍ​ເປັນ​ສື່​ກາງ​ທາງ​ຈິດ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ຮູບ​ເງົາ​ເລື່ອງ ດອກ​ຈຳ​ປາ​ບານ ທີ່​ເປັນ​ຮູບ​ເງົາ​ເລື່ອງ​ທຳ​ອິດ​ ທີ່​ຈີນ-ລາວ​ຮ່ວມ​ມື​ກັນ​ຖ່​າຍ​ທຳ​ນັ້ນ​ໄດ້​ສາຍ​ອອກ​ຢ່າງ​ສຳ​ເລັດ​ຜົນ, ເພງ ອີ​ຕ້າຍ​ອີ​ລູ ທີ່​ຮ້ອງ​ໂດຍ​ນັກ​ຮ້ອງ​ຊື່​ດັງ​ຂອງ​ລາວ ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ແຟນ​ເພງ​ນັບ​ເປັນ​ຫຼາຍ​ສິບ​ລ້ານ​ຄົນ! ເຫັນ​ວ່າ ມາ​ຮອດ​ຊູ່ມື້ນີ້ ມິດ​ຕະ​ພາບ​ຈີນ-ລາວ​ໄດ້​ຊາບ​ຊືມ​ເຂົ້າ​ໃນ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ແລ້ວ.

ຈ້ອງມອງ​ເບິ່ງ​ອະ​ນາຄົດ, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເປີດ​ຂະ​ບວນ​ໃໝ່​ໃຫ້​ແກ່​ການ​ປະ​ຕິ​ຮູບ ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ, ແລະ​ໄດ້​ເລີ່ມ​ຕົ້ນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຈີນ​ໃນ​ຍຸກ​ໃໝ່. ໃນ​ຖາ​ນະ​ເປັນ​ຜູ້​ກໍ່​ສ້າງ​ການ​ພົວ​ພັນ​ສາ​ກົນ​ແບບ​ໃໝ່​ທີ່​ຖື​ການ​ຮ່ວມ​ມື​ກັນ ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ເປັນ​ເນື້ອ​ໃນ​ໃຈ​ກາງ ແລະ​ຜູ້​ປົກ​ປັກ​ຮັກ​ສາ​ລະ​ບົບ​ການ​ຄ້າ​ເສ​ລີ​ທົ່ວ​ໂລກ, ຈີນ​ຈະ​ສືບ​ຕໍ່​ຊູ​ທຸງ​ແຫ່ງ​ມິດ​ຕະ​ພາບ, ການ​ພັດ​ທະ​ນາ, ຮ່ວມ​ມື​ກັນ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ, ດ້ວຍ​ແນວ​ຄິດ​ທີ່​ພ້ອມ​ກັນ​ພັດ​ທະ​ນາ, ສ້າງ​ຜົນ​ປະ​ໂຫຍດ​ນຳ​ກັນ, ​ຮ່ວມ​ກັບປະ​ເທດ​ຕ່າງໆ​ເຊິ່ງ​ລວມ​ທັງ​ ສ​ປ​ປ ລາວ ​ປະ​ກອບ​ສ່ວນ​ອັນໃໝ່​ທີ່​ໃຫຍ່​ຫຼວງກວ່າ​ເກົ່າເຂົ້າ​ໃນ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ. ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ ແລະ​ຄວາມ​ຄອງ​ຄອຍ​ອັນ​ເຕັມ​ປ່ຽມ​ຕໍ່​ອະ​ນາ​ຄົດ​ອັນ​ດີ​ງາມ ​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ມິ​ໄມ​ຕີ​ຈິດ​ມິ​ຕະ​ພາບ​ລະ​ຫວ່າງ​ຈີນ-ລາວ. ພວກ​ເຮົາ​ຈະ​ສືບ​ຕໍ່​ຍຶດ​ຖື​ທັດ​ສະ​ນະ​ການ​ຕ່າງ​ປະ​ເທດ​ທີ່ "ສະ​ໜິດ​ສະ​ໜົມ​ກັນ, ຈິ​ງ​ໃຈ​ຕໍ່​ກັນ, ໃຫ້​ຜົນ​ປະ​ໂຫຍດ​ແກ່​ກັນ ແລະ​ມີ​ຄວາມ​ໂອບ​ເອື້ອຍ​ອາ​ລີເຊິ່ງ​ກັນ​ແລະ​ກັນ", ເປັນເພື່ອນ​ບ້ານ​ທີ່​ດີ, ສະ​ຫາຍ​ທີ່​ດີ, ເພື່ອນ​ທີ່​ດີ ແລະ​ໝູ່​ຄູ່​ທີ່​ດີ​ຂອງ​ລາວຈົນ​ເທົ່າ​ໃດໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ