"ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ​ເປັນ​ຮູບ​ແບບ​ປະສານ​ງານ​ກັນ​​ໃໝ່​ລະຫວ່າງ​ບັນດາ​ປະ​ເທດ
2018-04-25 16:09:14  cri 

ທ່ານອາ​ເລັກ​ຊັນ​ເດີ ກຣີ​ໂກ​ເຢວິກ ລູກາ​ເຊັນ​ໂກ ປະທານາທິບໍດີ​​ເບລາຣູຊີ ​ກ່າວ​ໃນວັນ​ທີ 24 ​ເມສາ​ນີ້ວ່າ: ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ​ເປັນ​ຮູບ​ແບບ​ປະສານ​ງານ​ກັນ​​ໃໝ່​ລະຫວ່າງ​ບັນດາ​ປະ​ເທດ ​ແລະ ປະ​ເທດ​ຕົນ​ຫວັງ​ຈະ​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ຈີນ.

ທັງ​ນີ້ ທ່ານ​ລູກາ​ເຊັນ​ໂກ ​ໄດ້ຖະ​ແຫຼງບົດ​ລາຍ​ງານ​ປະຈຳ​ປີ​ຂອງ​ລັດຖະບານ​ຢູ່​ນະຄອນຫຼວງມິນ​ສ໌ ​ໂດຍ​ລະບຸ​ວ່າ: ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ​ຂອງ​ຈີນເປັນ​ຮູບ​ແບບ​ປະສານ​ງານ​ກັນ​​ໃໝ່​ລະຫວ່າງ​ບັນດາ​ປະ​ເທດ ທີ່​ສ້າງ​ຂຶ້ນບົນຫຼັກການ​ທີ່ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ ​ແລະພັດທະນາ​ຮ່ວມ​ກັນ. ຂະນະ​ທີ່​ປະ​ເທດ​ຕົນ​ກໍ​ເປັນ​ຜູ້​ເຂົ້າຮ່ວມຂໍ້​ລິ​ເລີ່​ມດັ່ງກ່າວ​ຢ່າງ​ຕັ້ງໜ້າ​ແລະ​ສະ​ເໝີ​ພາບ​.

ທ່ານ​ລູກາ​ເຊັນ​ໂກ ກ່າວ​ຕື່ມ​ວ່າ: ​ເບ​ລາຣູຊີຈະ​ພັດທະນາ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ຕາ​ເວັນ​ອອກ ​ເຊັ່ນ ຣັດ​ເຊຍ ​ແລະ​ຈີນ ​ຢ່າງ​ຕັ້ງໜ້າ ເຊິ່ງ​ເວົ້າສຳລັບ​ປະ​ເທດ​ຕົນ​ແລ້ວ ກໍ​ເປັນ "ການ​ສະໜັບສະໜູນ​ທີ່​ແຂງ​ແຮງ​ທີ່​ສຸດ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ