ເກີດ​ເຫດ​ໄຟ​ໄໝ້​ບໍ່​ນ້ຳມັນຢູ່ອິນ​ໂດ​ເນ​ເຊຍ ຢ່າງໜ້ອຍມີ 10 ຄົນເສຍຊີວິດ
2018-04-25 16:14:29  cri 

ເຈົ້າໜ້າທີ່ອິນໂດເນເຊຍຢືນຢັນ​ໃນ​ວັນ​ທີ 25 ​ເມສາ​ນີ້​ວ່າ: ​ໃນ​ວັນ​ດັ່ງກ່າວ, ຢູ່​ເມືອງ​ອາ​ເຈະຕາ​ເວັນ​ອອກ ​ແຂວງອາ​ເຈະ​ປະ​ເທດ​ຕົນ ​ໄດ້​ເກີດ​ເຫດ​ໄຟ​ໄໝ້​ບໍ່​ນ້ຳມັນ ສົ່ງ​ຜົນ​ເຮັດ​ໃຫ້​ມີ 10 ຄົນ​ເສ​ຍຊີວິດ​ເປັນ​ຢ່າງ​ໜ້ອຍ ​ແລະ 19 ຄົນ​ໄດ້​ຮັບ​ບາດ​ເຈັບ.

ທັງ​ນີ້ ອົງການ​ຕ້ານ​ໄພພິບັດ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ ຢືນຢັນ​ວ່າ: ​ໃນ​ເວລາ​ປະມານ 1:30 ​ໂມງ​ຂອງ​ວັນ​ທີ 25 ​ເມສາ​ນີ້, ບໍ່​ນ້ຳມັນ​ແຫ່ງ​ໜຶ່ງ​ມີນ້ຳມັນພວມ​ໄຫຼອອກ ​ແລະ​ຂະນະ​ນັ້ນ, ​ປະຊາຊົນ​ທ້ອງ​ຖິ່ນຫຼາຍສິບ​ຄົນພວມ​ເຕົ້າ​ໂຮມ​ກັນ​ຢູ່​ບໍລິ​ເວນ​ໃກ້​ບໍ່​​ເພື່ອ​ເອົາ​ນ້ຳມັນ ທັນ​ໃດ​ນັ້ນ, ບໍ່​ນ້ຳມັນ​ໄດ້​ເກີດ​ໄຟ​ໄໝ້ ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ.

ປັດຈຸບັນຍັງ​ບໍ່​ສາມາດ​ດັບ​ໄຟ​ໄດ້​ເທື່ອ ຂະນະ​ທີ່ອົງການ​ຕ້ານ​ໄພພິບັດ​ອາ​ເຈະ, ​ເຈົ້າໜ້າ​ທີ່​ຕຳ​ຫຼວດ, ກອງ​ດັບ​ເພິ​ງ ​ແລະ​ໂຮງໝໍທ້ອງ​ຖິ່ນ ພວມ​ເລັ່ງກູ້​ໄພ ​ແລະ​ຍ້າຍ​ຜູ້​ເສຍ​ຊີວິດ​ແລະ​ບາດ​ເຈັບ​ອອກ​​ໄປ​ເຂດ​ປອດ​ໄພ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ