ຝຸງນົກ​ແອ່ນ​ຊານ​ດ໌ມາ​ຕິນສ້າງ​ຮັງ​ຢູ່​ເຂດ​ໃຈກາງ​ເມືອງ​ນະຄອນເຈິ້ງ​ໂຈ່​ວ
2018-04-25 16:28:09  cri 

ຕອນ​ເຊົ້າວັນ​ທີ 24 ​ເມສາ​ນີ້, ຢູ່ຕາດ​ໂນນ​ດິນ​ແຫ່ງ​ໜຶ່ງ​ທີ່​ຕັ້ງຢູ່​ມູມຕາ​ເວັນ​ຕົກ​ສຽງ​ໃຕ້​ເຂດ​ພັດທະນາ​ເສດຖະກິດ​ນະຄອນ​ເຈິ້ງ​ໂຈ່​ວ​ແຂວງ​ເຫີ​ໜານ ສປ ຈີນ ມີ​ຝຸງນົກ​ແອ່ນ​ສາຍ​ພັນ​ຊານ​ດ໌ມາ​ຕິນບິນ​ເວີ່ນ​ຢູ່​ທ້ອງຟ້າ​ຢ່າງ​ໄຫວພິບ ພວກ​ມັນ​ໄດ້​ສ້າງ​ຮັງ​ນ້ອຍໆ​ແຕ່​ກໍອົບ​ອຸ່ນ​ເປັນ​ຮ້ອຍ​ເປັນ​ພັນ​ຮັງ​ຢູ່​ຕາມ​ໂນນ​ດິນ​ແຫ່ງ​ນີ້ ​ແລະ​ສາມາດ​ດຶງ​ດູດ​ຄວາມ​ສົນ​ໃຈຈາກ​ປະຊາຊົນ​ທ້ອງ​ຖິ່ນ. ນົກ​ແອ່ນ​ສາຍ​ພັນ​ນີ້​ເປັນສັດສະຫງວນ ​ເນື່ອງ​ຈາກ​ມີ​ຜົນ​ປະ​ໂຫຍ​ດຕໍ່​ມະນຸດ​ເຮົາ, ມີ​ຄຸນຄ່າ​ທາງ​ດ້ານ​ເສດຖະກິດ ​ແລະ​ດ້ານ​ການຄົ້ນຄວ້າ​ວິທະຍາສາດ. ຊາວ​ທ້ອງ​ຖິ່ນ​ໄດ້​ເວົ້າກັບ​ນັກ​ຂ່າວ​ວ່າ: ​ການ​ສ້າງ​ໂຄງການ​ຢູ່​ບໍລິ​ເວນ​ນີ້ ສົ່ງ​ຜົນ​​ເຮັດໃຫ້​ກໍ່​ຕົວ​ເປັນໂນນ​ດິນ​ ຈຶ່ງ​ມີ​ນົກ​​ແອ່ນ​ສາຍ​ພັນ​ຊານ​ດ໌ມາ​ຕິນມາ​ສ້າງ​ຮັງ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ