ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ຈັດ​ງານ​ສົ່ງ​ເສີມ​ການ​ລົງ​ທຶນ​ສະ​ເພາະ​ຕໍ່​ວິ​ສາ​ຫະ​ກິດ​ຈີນ
2018-04-25 11:15:23  cri 
ງານ​ສົ່ງ​ເສີມ​ການ​ລົງ​ທຶນ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຂອງ​ແຂວງ​ຈາ​ວາ​ຕາ​ເວັນ​ອອກ​ທີ່​ອຸ​ປະ​ຖຳ​ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ການ​ລົງ​ທຶນ​ອິນ​ໂດ​ເນ​ເຊຍຫຼື BKPM, ​ຊ່ວຍ​ເຫຼືອ​ໂດຍສະ​ພາ​ການ​ຄ້າ​ຈີນ​ອິນ​ໂດ​ເນ​ເຊຍ, ແລະ​ຈັດ​ໂດຍພະ​ແນກ​ການ​ລົງ​ທຶນ​ແຂວງ​ຈາ​ວາ​ຕາ​ເວັນ​ອອກ​ແລະເຂດ​ອຸດ​ສາ​ຫະ​ກຳ​ທ່າ​ປອດ​ພາ​ສີຈີ​ເພ​ຫຼື JIIPE ຂອງ​ອິນ​ໂດ​ເນ​ເຊຍສະ​ເພາະ​ຕໍ່​ວິ​ສາ​ຫະ​ກິດ​ຈີນ​ນັ້ນໄດ້​ຈັດ​ຂຶ້ນ​ຢູ່​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ການ​ລົງ​ທຶນ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 24 ເມ​ສາ​ນີ້.

ທ່ານ​ອັກ​ຄະ​ລັດ​ຖະ​ທູດ ຫວາງ​ລີ້​ຜິງ ທີ່​ປຶກ​ສາ​ພະ​ແນກ​ການ​ຄ້າ​​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ອິນ​ໂດ​ເນ​ເຊຍຢືນ​ຢັນ​ວ່າ,ງານ​ດັ່​ງ​ກ່າວ​ຈະ​ສະ​ໜອງ​ໂອ​ກາດ​ໃໝ່​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຈີນ​ທີ່​ຈະ​ເປີດກວ້າງ​ການ​ລົງ​ທຶນ​ຢູ່​ອິນ​ໂດ​ເນ​ເຊຍ. ທ່ານ​ກ່າວ​ວ່າ, ໃນ​ຊຸມ​ປີ​ຜ່ານ​ມາ, ອິນ​ໂດ​ເນ​ເຊຍ​ໄດ້​ກາຍ​ເປັນ​ປະ​ເທ​ດ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຫຼາຍ​ຈາກວິ​ສາ​ຫະ​ກິດ​ຈີນ​ໃນ​ການ​ລົງ​ທຶນ​ຕໍ່​ຕ່າງ​ປະ​ເທດ.

ຕາມ​ສະ​ຖິ​ຕິ​ຈາກ BKPM, ປີ 2017, ຈີນ​ໄດ້​ລົງ​ທຶນ​ຕໍ່​ອິນ​ໂດ​ເນ​ເຊຍ 3,4 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 26% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2016.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ