ຟີ​ລິບ​ປິນ​ອາດ​ຈະ​ສ້າ​ງ​ຄັງ​ສຳ​ຮອງສະ​ບຽງ​ອາ​ຫານ
2018-04-25 14:49:04  cri 
ໜັງ​ສື​ພິມ​ເສດ​ຖະ​ກິດ​ລາຍ​ວັນ​ຂອງ​ຈີນໃຫ້​ຮູ້​ວ່າ: ກ່ອນ​ໜ້າ​ນີ້​ບໍ່​ດົນ, ທ່ານ ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ໄດ້​ອອກ​ຄຳ​ສັ່ງ​ໂດຍ​ຮຽ​ກ​ຮ້ອງ​ໃຫ້​ກະ​ຊວງ​ກະ​ສິ​ກຳ​ແລະ​ຄະ​ນະ​ກຳ​ມະ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ອາ​ຫານ​ແຫ່ງ​ຊາດຮ່ວມ​ກັນ​ສ້າງ​ຄັງ​ສຳ​ຮອງ​ສະ​ບຽງ​ອາ​ຫາ​ນ​​ທີ່​ສາ​ມາດ​ສະ​ໜອງ​ສະ​ບຽງ​ອາ​ຫານ​ໃຫ້​ແກ່​ທົ່ວ​ປະ​ເທດ​ເປັນ​ເວ​ລາ 60 ວັນ.

ຟີ​ລິບ​ປິນ​ເປັນ​ປະ​ເທດ​ນຳ​ເຂົ້າ​ສະ​ບຽງ​ອາ​ຫານ, ໃນ​ຫຼາຍ​ອາ​ທິດ​ຜ່ານ​ມາ ລາ​ຄາ​ສະ​ບຽງອາ​ຫານ​ໄດ້​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ​ໄດ້​ເຮັດ​ໃຫ້​ເກີດ​ໄພ​ເງິນ​ເຟີ້​ຂຶ້ນ​ເປັນ 4,3% ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃໝ່​ໃນ 5 ປີ​ຜ່ານ​ມາ. ມາ​ຮອດ​ເດືອນ​ມີ​ນາ​ປີ​ນີ້, ການ​ສະ​ສົມ​ສະ​ບຽງ​ອາ​ຫານ​ຂອງ​ຟີ​ລິບ​ປິນ​ໄດ້​ບັນ​ລຸ​ເຖິງ 43.500 ໂຕນ, ພຽງ​ແຕ່​ສາ​ມາດ​ສະ​ໜອງ​ໃຫ້​ແກ່​ທົ່ວ​ປະ​ເທດ​ເປັນ​ເວ​ລາ 2 ວັນເທົ່າ​ນັ້ນ. ການ​ສະ​ສົມ​ສະ​ບຽງ​ອາ​ຫານ​ມີ​ໜ້ອຍ​ເຮັດ​ໃຫ້​ຄະ​ນະ​ກຳ​ມະ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ອາ​ຫານ​ແຫ່ງ​ຊາດໄດ້​ຜະ​ເຊີນ​ກັບ​ຄວາມ​ກົດ​ດັນໃຫຍ່​ໃນ​​ດ້ານ​ການ​ຊື້​ສະ​ບຽງ​ອາ​ຫານ​ ຖ້າ​ເປັນ​ແນວ​ນີ້​ຕໍ່​ໄປຈະ​ບໍ່​ສາ​ມາດ​ສະ​ໜອງ​ສະ​ບຽງ​ອາ​ຫານ​ລາ​ຄາ​ຕ່ຳ​ໃຫ້​ແກ່​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ​ຕົນ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ