ຈີນ, ລາວ, ມຽນມາ ​ແລະ​ໄທ​ດຳ​ເນີນ​ການ​ລາດຕະ​ເວນ​ປະຕິບັດ​ກົດໝາຍ​ຕາມ​ລຳແມ່​ນ້ຳຂອງ​ເທື່ອ​ທີ 69
2018-04-25 17:32:41  cri 
ວັນ​ທີ 24 ​ເມສາ​ນີ້, ກອງ​ລາດຕະ​ເວນ​ປະຕິບັດ​ກົດໝາຍຮ່ວມ​ຈີນ, ລາວ, ມຽນມາ ​ແລະ​ໄທທີ່​ປະກອບ​ດ້ວຍ​ເຮືອ 4 ລຳ ​ແລະ​ພະນັກງານ 200 ກວ່າ​ຄົນ​ໄດ້​​ເດີນທາງ​ຈາກທ່າ​ເຮືອກ່ວນ​ເຫຼກິ່ງ​ແຂວງສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນນານ​ຈີນ, ​ເລີ່​ມດຳ​ເນີນ​ການ​ລາດຕະ​ເວນປະຕິບັດ​ກົດໝາຍ​ຕາມ​ລຳແມ່​ນ້ຳຂອງ​ເທື່ອ​ທີ 69 ທີ່​ຈະ​ດຳ​ເນີນ​ເປັນ​ເວ​ລາ 4 ມື້.

​ໃນ​ໄລຍະ​ການ​ເຄື່ອນ​ໄຫວ, ພະນັກງານ 4 ປະ​ເທດ​ຈະ​ດຳ​ເນີນ​ການ​ກວດກາ, ການ​ຢ້ຽມຢາມ ​ແລະ​ການຝຶກ​ຊ້ອມຮ່ວມ​ກັນ​ຢູ່​ເຂດ​ນ້ຳ​ທີ່​ສຳຄັນ ຄື: ສາມ​ຫຼຽນ​ຄຳເປັນ​ຕົ້ນ ​ເພື່ອປາບ​ປາມການ​ກໍ່​ການ​ຮ້າຍ, ການ​ຄ້າຂາຍ​ເຖື່ອນ, ການ​ຄ້າຂາ​ຍຢາ​ເສບ​ຕິດ, ການ​ຄ້າຂາຍປືນ ​ແລະກິດຈະກຳ​ຜິດ​ກົດໝາຍ​ຂ້າມ​ຊາດ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ