ງາ​ນວາງສະ​ແດງ​ລົດ​ສາກົນ​ປັກ​ກິ່ງ​ປີ 2018 ມີ​ຂະໜາດ​ໃຫຍ່​ທີ່​ສຸດ
2018-04-25 17:37:13  cri 
ງານ​ວາງສະ​ແດງ​ລົດ​ສາກົນ​ປັກ​ກິ່ງ​ປີ 2018 (ຄັ້ງ​ທີ 15) ​ເຊິ່ງ​ເປັນ​ໜຶ່ງ​ໃນງານ​ວາງສະ​ແດງ​ລົດ​ລະດັບ​ສູງສຸດ​​ທີ່​ໜ້າ​ສົນ​ໃຈ​ຂອງ​ໂລກ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 25 ​ເມສາ​ນີ້. ​​ງານ​ວາງສະ​ແດງ​ນີ້​ໄດ້​ດຶງດູດ​ບໍລິສັດ 1200 ກວ່າ​​ແຫ່ງ​ມາ​ຈາກ 14 ປະ​ເທດ ​ແລະ​​ເຂດ​ແຄວ້ນ​​ໃນ​ໂລກ ​ແລະ​ວາງສະ​ແດງ​ລົດ​ຈຳນວນ 1022 ຄັນ, ​ໃນ​ນັ້ນ ມີ​ລົດ​ທີ່​ປາກົດຕົວ​ເປັນ​ຄັ້ງ​ທຳ​ອິດ​ໃນ​ໂລກ​ຈຳນວນ 105 ຄັນ. ປະລິມານ ​ແລະ​ຄຸນ​ນະພາ​ບຂອງ​ລົດ​ໃນງານ​ວາງສະ​ແດງຄັ້ງ​ນີ້ສືບ​ຕໍ່​ຮັກສາ​ລະດັບນຳໜ້າ​ໃນ​ໂລກ.

ງານ​ວາງສະ​ແດງ​ຄັ້ງ​ນີ້ນອກ​ຈາກຈະວາງ​ສະ​ແດງ​ລົດ​ໂດ​ຍສານ, ລົດທຸລະ​ກິດ ​ແລະລົດຫຼູຫຼາ, ​​ແລ້ວ​ຍັງ​ຈະ​ວາງ​ສະ​ແດງເຄື່ອງອະ​ໄຫຼ່ ​ແລະ​ຊີ້ນ​ສ່ວນ​ພ້ອມ​ດ້ວຍ, ລົດ​ພະລັງງານ​ໃໝ່. ຂະນະ​ດຽວ​ກັນຍັງ​ມີ​ລົດ​ມະ​​ໂນ​ພາບ 64 ຄັນ ​ແລະ​ລົດ​ພະລັງງານ​ໃໝ່ 174 ຄັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ