ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສູນ​ກາ​ງ​ພັກ​ກອມ​ມູ​ນິດ​ຈີນ​ພົບ​ປະ​ກັບ​ຫົວ​ໜ້າ​ຄະ​ນະ​​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ
2018-04-25 10:14:00  cri 
ວັນ​ທີ 24 ເມ​ສາ​ນີ້, ຢູ່ນ​ະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ຮ​ວງ​ຄຸນ​ມິງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ພົບ​ປະ​ທ່ານ​ນາງ​ສູນ​ທອນ ໄຊ​ຍະ​ຈັກ ກຳ​ມະ​ການ​ສູນ​ກາງ, ຫົວ​ໜ້າ​ຄະ​ນະ​​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ພ້ອມ​ຄະ​ນະ.

ທ່ານ​ຮວງ​ຄຸນ​ມິງ​ກ່າວ​ວ່າ, ຈີນ ແລະ ລາວ​ເປັນ​ຄູ່​ຮ່ວມ​ຊາ​ຕາ​ກຳ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ. ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ ແລະ ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ບຸນ​ຍັງ ວໍ​ລະ​ຈິດ​ໄດ້​ເອົາ​ໃຈ​ໃສ່​​ຢ່າງ​ສູງ ແລະ ນຳ​ພາ​ທາງ​ຍຸດ​ທ​ະ​ສາດ ໄດ້​ຊີ້​ແຈງ​ທິດ​ທາງ ແລະ ວາງ​ແຜນ​ໃຫ້​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຍຸກ​ໃໝ່. ຈີນ​ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັບ​ລາວ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ​ ຮ່ວມ​ມື​ລະ​ຫວ່າງ​ສອງ​ພັກ ແລະ ສອງ​ລັດ ເພື່ອ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ຮອບ​ດ້ານ​ຈີນ-ລາວ​ຂະ​ຫຍາຍ​ກ້າວສູ່​ລວງ​ເລິກ.
ທ່ານ​ນາງ​ສູນ​ທອນ​ກ່າວ​ວ່າ, ພາຍ​ໃຕ້​ການ​ນຳ​ພາ​ອັນ​ເຂັ້ມ​ແຂງ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ທີ່​ຖື​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ແກນ​ນຳ, ຈີນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ດ້ານ​ການ​ພັດ​ທະ​ນາ​ທີ່​ພົ້ນ​ເດັ່ນ, ພັກ​ປະ​ຊ​າ​ຊົນ​ປະ​ຕິ​ວັດ​ລາວ​ຍິນ​ດີ​ສືບ​ຕໍ່​ຖອດ​ຖອນ​ບົດ​ຮຽນ​ດ້ານ​ການ​ກຳ​ອຳ​ນາດ​ຂອງ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຈີນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ພັກ ແລະ ສອງ​ລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ