​ຈີນເປີດ​ເຜີຍ "ບົດ​ບັນ​ທຶກ​ສິດ​ທິ​ມະ​ນຸດ​ອາ​ເມ​ລິ​ກາ​ປີ 2017" ແລະ "ບົດ​ບັນ​ທຶກ​ເຫດ​ການ​ລ່ວງ​ລ້ຳ​ສິດ​ທິ​ມະ​ນຸດ​ອາ​ເມ​ລິ​ກາ​ປີ 2017"
2018-04-25 10:29:02  cri 
ວັນ​ທີ 24 ເມ​ສາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນໄດ້ເປີດ​ເຜີຍ "ບົດ​ບັນ​ທຶກ​ສິດ​ທິ​ມະ​ນຸດ​ອາ​ເມ​ລິ​ກາ​ປີ 2017" ແລະ "ບົດ​ບັນ​ທຶກ​ເຫດ​ການ​ລ່ວງ​ລ້ຳ​ສິດ​ທິ​ມະ​ນຸດ​ອາ​ເມ​ລິ​ກາ​ປີ 2017" ເຊິ່ງ​ໄດ້​ເປີດ​ເຜີຍ​ສະ​ພາບ​ການ​ລ່ວງ​ລ້ຳ​ສິດ​ທິ​ມະ​ນຸດ​ຂອງ​ອາ​ເມ​ລິ​ກາ.

ອີງ​ຕາມ​ການ​ບັນ​ທຶກ​ດ້ານ​ສິດ​ທິ​ມະ​ນຸດ, ການ​ກະ​ທຳ​ຜິດ​ຍ້ອນ​ຄວາມ​ຄຽດ​ແຄ້ນ​ລະ​ຫວ່າງເຊື້ອ​ຊາດ​ຂອງ​ອາ​ເມ​ລິ​ກາ​ໄດ້​ມີ​ຈຳ​ນວນຫຼາຍ​ທີ່ສຸດ​ໃນຫຼາຍ​ປີ​ມໍ່ໆ​ມາ​ນີ້. ຕົວ​ເລກ​ສະ​ຖິ​ຕິ​ທີ່​ ​ອົງ​ການ​ສືບ​ສວນ​ສະ​ຫະ​ລັດ​ອາ​ເມ​ລິກາ ຫຼື FBI ​ເປີດ​ເຜີຍ​ໃນ​ວັນ​ທີ 13 ພະ​ຈິກປີ 2017 ສະ​ແດງ​ໃຫ້​ເຫັນ​ວ່າ, ອາ​ເມ​ລິ​ກາ​ໄດ້​ເກີດ​ຄະ​ດີ​ແບບ​ນີ້ 6121 ຄະ​ດີ​ໃນ​ປີ 2016 ເຊິ່ງ​ເປັນ​ສະ​ຖິ​ຕິ​ສູງ​ສຸດ​ໃນຫຼາຍ​ປີ​ມາ​ນີ້.

ນອກ​ນີ້, ເຫດ​ການ​​ຈຳ​ແນກດູ​ໝິນ​ເຊື້ອ​ຊາດ​ໄດ້​ເກີດ​ຂຶ້ນ​ເລື້ອຍໆ. ​ຜົນການ​ສຳຫຼວດ​ຂອງ​ສູນ​ຄົ້ນ​ຄວ້າ​ປີ​ຢູ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຊື້ອ​ຊາດ​ສ່ວນ​ໜ້ອຍ​​ໄດ້​ຖືກ​ລົບ​ກວນ​ຈາກ​ທາງ​ອິນ​ເຕີ​ເນັດ​ທີ່​ມີ​ສີ​ສັນ​​ຈຳ​ແນກດູ​ໝິ່ນ​ເຊື້ອ​ຊາດຫຼາຍກວ່າເກົ່າ. ຊາວ​ອາ​ເມ​ລິ​ກາ​ເຊື້ອ​ຊາດອາ​ຟ​ຣິ​ກາ​ 1 ສ່ວນ 4 ແລະ ຊາວ​ອາ​ເມ​ລິ​ກາ​ເຊື້ອ​ຊາດ​ອາ​ເມ​ລິ​ກາ​ລາ​ຕິ 10% ລ້ວນ​ແຕ່​ກ່າວ​ວ່າ​ເຄີຍ​ຖືກ​ລົບ​ກວນ​ຢູ່​ທາງ​ອິນ​ເຕີ​ເນັດ​ຍ້ອນ​ສາ​ເຫດ​ເຊື້ອ​ຊາດ ຫຼື ເຜົ່າ​ພັນ.

ບົດບັນ​ທຶກ​ສິດ​ທິ​ມະ​ນຸດ​ຍັງ​ໄດ້​ເປີດ​ເຜີຍ​ສະ​ພາບ​ການ​ດ້ອຍ​ໂອ​ກາດ​ທຸກ​ດ້ານ​ໃນ​ການ​ປະ​ກອບ​ອາ​ຊີບ, ເງິນ​ເດືອນ ແລະ ອື່ນໆ​ຂອງ​ເຊື້ອ​ຊາດ​ສ່ວນ​ໜ້ອຍ ແລະ ຊີ້​ອອກວ່າ, ຄວາມຫຼຸດ​ໂຕນ​ກັນ​ດ້ານ​ຊັບ​ສິນ​ລະ​ຫວ່າງ​ເຊື້ອ​ຊາດ​ຕ່າງໆ​ໄດ້​ນັບ​ມື້​ຂະ​ຫຍາຍກວ້າງ​ອອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ