ຜູ້​ນຳ​ມຽນ​ມາ​ຕ້ອນ​ຮັບ​ຫົວ​ໜ້າ​ຄະ​ນະ​ພັນ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ
2018-04-26 11:27:04  cri 
ລະ​ຫວ່າງວັນ​ທີ 24-25 ເມ​ສາ​ນີ້​ຢູ່​ນະ​ຄອນຫຼວງ​ເນ​ປີ​ດໍ ປະ​ເທດ​ມຽນ​ມາ, ທ່ານ​ວິນ​ມິນ ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ ແລະທ່ານ​ນາງ​ອ໋ອງ​ຊານ​ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ, ປະ​ທານ​ພັກສັນ​ນິ​ບາດ​​ແຫ່ງ​ຊາດ​ເພື່ອປະ​ຊາ​ທິ​ປະ​ໄຕມຽນ​ມາ​ຕ່າງ​ກໍ​ໄດ້​ແຍກ​ອອກ​ພົບ​ປະ​ກັບ​ທ່ານ​ຊົ້ງ​ທາວ ຫົວ​ໜ້າ​ຄະ​ນະ​ພົນ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ.

​ທ່ານ​ຊົ້ງ​ທາວ​ກ່າວ​ວ່າ: ຈີນ​ທະ​ນຸ​ຖະ​ໜອມ​ມິດ​ຕະ​ພາບ​ແບບ​ອ້າຍ​ນ້ອງ​ລະ​ຫວ່າງ​ຈີນ-ມຽນ​ມາ ແລະ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ກັນ​ລະ​ຫວ່າງ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ,ຮັດ​ແໜ້ນ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ພັກ​ການ​ເມືອງ​ຂອງ​ສອງ​ປະ​ເທດ​ແລະ​ຊຸກ​ຍູ້​ການ​ເສີ​ມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ວິນ​ມິນ​ກ່າວ​ວ່າ: ລັດ​ຖະ​ບານ​ມຽນ​ມາ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ສາຍ​ພົວ​ພັນ​ມຽນ​ມາ-ຈີນ,ຫວັງ​ວ່າຈະ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງລະ​ຫວ່າງ​ສອງ​ປະ​ເທດ.
ທ່ານ​ນາງ​ອ໋ອງ​ຊານ​ຊູ​ຈີ​ຂອບ​ໃຈ​ຈີນ​ທີ່ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ມຽນ​ມາ ແລະ​ຫວັງ​ຈະ​ຊຸກ​ຍູ້​ການ​ຮ່ວ​ມ​ມື​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ໃຫຍ່, ລົງ​ເລິ​ກ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ພັກ​ການ​ເມືອງ​ຂອງ​ສອງ​ປະ​ເທດ, ສົ່ງ​ເສີມ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ​ຢ່າງ​ສະ​ນິດ​ແໜ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ