ງານ​ວາງ​ສະ​ແດງ​ລົດ​ສາ​ກົນ​ປັກ​ກິ່ງ 2018 ໄຂ​ຂຶ້ນ
2018-04-26 16:30:17  cri 

ງານ​ວາງ​ສະ​ແດງ​ລົດ​ສາ​ກົນ​ປັກ​ກິ່ງ 2018 ໄດ້​ໄຂ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່​ຢູ່​ຫໍ​ວາງ​ສະ​ແດງ​ແຫ່ງ​ເກົ່າ​ແລະ​ແຫ່ງ​ໃໝ່​ຂອງ​ສູນ​ວາງ​ສະ​ແດງ​ສາ​ກົນ​ຈີນ​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 25 ເມ​ສາ​ນີ້​ໂດຍ​ມີ​ບໍ​ລິ​ສັດ 1200 ແຫ່ງ​ຈາກ 14 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ທົ່ວໂລກ​ເຂົ້າ​ຮ່ວມ.

ງານ​ວາງ​ສະ​ແດງ​ລົດ​ສາ​ກົນ​ປັກ​ກິ່ງ​ຈັດ​ຂຶ້ນ​ທຸກໆ​ສອງ​ປີ, ຜ່ານ​ມາ​ໄດ້​ຈັດ 14 ຄັ້ງ​ຢ່າງ​ສຳ​ເລັດ​ຜົນ​ແລ້ວ, ​ນີ້ເປັນ​ໜຶ່ງ​ໃນ​ບັນ​ດາ​ງານ​ວາງ​ສະ​ແດງ​ລົດ​ລະ​ດັບ​ສາ​ກົນ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ກວ່າ​ໝູ່​ໃນ​ທົ່ວ​ໂລກ. ​ງານ​ວາງ​ສະ​ແດງ​ປີ​ນີ້​ເປັນ​ຄັ້ງ​ທີ 15 ແລະ​ຈະ​ດຳ​ເນີນ​ໄປ​ຈົນ​ຮອດ​ວັນ​ທີ 4 ພຶດ​ສະ​ພາ​ໜ້າ​ນີ້.

1  2  3  4  5  6  7  8  9  10  11  12  13  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ