ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ຖືກ​ຕັດ​ອິດ​ສະຫຼະ​ພາບ 15 ປີ​ຍ້ອ​ນ​ຄະ​ດີ​ສໍ້​ລາດ​ບັງຫຼວງ
2018-04-26 16:40:44  cri 
ວັນ​ທີ 24 ເມ​ສາ​ນີ້, ທ່ານ​ເຊັດ​ຢັດ ໂນ​ວານ​ໂຕ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍທີ່ມີ​ສ່ວນ​ກ່ຽວ​ຂ້ອງ​ ​ການ​ສົມ​ຮູ້​ຮ່ວມ​ຄິດ​ກັບ​ຄົນ​ອື່ນ​ຍັກ​ຍອກ​ເງິນ​ທຶນ​ສາ​ທາ​ລະ​ນະ​ຂອງ​ໂຄງ​ການ​ບັດ​ປະ​ຈຳ​ຕົວ​ເອ​ເລັກ​ໂຕ​ຣ​ນິກ ຈິ່ງ​ຖືກ​ສານ​ອາ​ຍາ​ສໍ້​ລາດ​ບັງຫຼວງ​ຈາ​ກາ​ຕາ​ຕັດ​ສິນ​ຕັດ​ອິດ​ສະ​ລະ​ພາບ​ເປັນ​ເວ​ລາ 15 ປີ​, ສົ່ງ​ຄືນ​ເງິນ​ຂອງ​ກາງ 7 ລ້ານ 3 ແສນ​ໂດ​ລາ​ສະ​ຫະ​ລັດ ແລະ​ຖືກ​ປັບ​ໄໝ 500 ລ້ານ​ຣູ​ເປຍ.

ອົງ​ການ​ໄອ​ຍະ​ການ​ອິນ​ໂດ​ເນ​ເຊຍ​ໄດ້​ກ່າວ​ວ່າ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ 80 ຄົນ​ເຊິ່ງ​ລວມ​ທັງ​ທ່ານ​ເຊັດ​ຢັດ ໂນ​ວານ​ໂຕ ພ້ອມ​ດ້ວຍ​ວິ​ສາ​ຫະ​ກິດ​ຈຳ​ນວນ​ໜຶ່ງ​ໄດ້​ຍັກ​ຍອກ​ເງິນ​ທຶນ​ຂອງ​ໂຄງ​ການ​ນີ້ ແລະ​ທ່ານ​ໂນ​ວານ​ໂຕ​ໄດ້​ມີ​ລາຍ​ໄດ້​ຜິດ​ກົດ​ໝາຍປະ​ມານ 7 ລ້ານ 4 ແສນ​ໂດ​ລາ​ສະ​ຫະ​ລັດ​ຈາກ​ໂຄງ​ການ​ເຮັດ​ບັດ​ປະ​ຈຳ​ຕົວ​ເອ​ເລັກ​ໂຕ​ຣ​ນິກ, ໃນ​ເອ​ກະ​ສານ​ກ່າວ​ຟ້ອງ​ຂອງ​ຂອງ​ອົງ​ການ​ໄອ​ຍະ​ການ​ໄດ້​ສະ​ແຫວງ​ຫາ​ການ​ຕັດ​ສິ​ນ​ຕັດ​ອິດ​ສະຫຼະ​ພາບ​ທ່ານ​ໂນ​ວານ​ໂຕ 16 ປີ.

ສື່ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ໃນ​ທ້າຍ​ປີ 2009 ວ່າ, ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ໄດ້​ວາງ​ແຜນ​ວ່າ​ເລີ່ມ​ແຕ່​ປີ 2010 ເປັນ​ຕົ້ນ​ໄປ,​ ເຜີຍ​ແຜ່​ການ​ນຳ​ໃຊ້​ບັດ​ປະ​ຈຳ​ຕົວ​ເອ​ເລັກ​ໂຕ​ນິກ​ທີ່​ອີງ​ໃສ່​ເຕັກ​ນິກ​ຈຳ​ແນ​ກ​ສິ່ງ​ທີ່​ມີ​ຊີ​ວິດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ທັງ​ສ້າງ​ຖານ​ຂໍ້​ມູນ​ປະ​ຊາ​ກອນ​ທົ່ວ​ປະ​ເທດ,ຮອດ​ປີ 2012 ເຮັດ​ໃຫ້​ພົນ​ລະ​ເມືອງ​ທຸກ​ຄົນ​ໄດ້​ໃຊ້​ບັດ​ປະ​ຈຳ​ຕົວ​ແບບ​ນີ້​ຢ່າງ​ທົ່ວ​ເຖິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ