ຄະນະ​ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີ​ໄປ​ເກັບ​ຕົວຢ່າງຢູ່​ດູ​ມາ​ອີກ​ຄັ້ງ​ເພື່ອ​ກວດກາ​"ເຫດການສົງ​ໄສ​ການ​ນຳ​ໃຊ້​ອາວຸດ​ເຄມີ"
2018-04-26 15:47:59  cri 

ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີ ອອກ​ຖະ​ແຫຼງການ​ໃນ​ວັນ​ທີ 25 ​ເມສາ​ນີ້​ວ່າ ຄະນະ​ກວດກາ​ຂອງອົງການ​ຕົນ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ດູ​ມາປະ​ເທດ​ຊີຣີ ທີ່ກ່າວ​ຂານ​ວ່າ​ເກີດ​ເຫດການຫຼອນ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີນັ້ນອີກ​ຄັ້ງໜຶ່ງ ​ເພື່ອ​ກວດກາ​ເຫດການ​ດັ່ງກ່າວ.

ຖະ​ແຫຼງການ​ລະບຸ​ວ່າ: ວັນ​ທີ 25 ​ເມສາ​ນີ້, ຄະນະ​ກວດກາ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ດູ​ມາ​ອີກ​ຄັ້ງ​ແລະ​ໄປ​ກວດ​ເບິ່ງ​ຢູ່​ສະຖານ​ທີ່​ໃໝ່ ຫຼັງ​​ໄດ້ເຂົ້າ​ເມືອງ​ດັ່ງກ່າວ​ເພື່ອ​ດຳ​ເນີນ​ການ​ກວດກາ​ເມື່ອ​ວັນ​ທີ 21 ​ເດືອນ​ດຽວ​ກັນ ​​ແລະ​ຄະນະ​ກວດກາ​ຈະ​ສືບ​ຕໍ່ດຳ​ເນີນ​ການ​ກວດກາຢ່າງ​ທ່ຽງ​ທຳ​ແລະ​ອິດສະຫຼະ.

ວັນ​ທີ 7 ​ເມສາ​ນີ້, ມີ​ຂ່າວ​ລາຍ​ງານວ່າ ຢູ່​ເມືອງ​ດູ​ມາ ​ເຂດ​ກູ​ຕາ​ຕາ​ເວັນ​ອອກ ນະຄອນຫຼວງດາ​ມັສ ປະ​ເທດ​ຊີຣີ ​ໄດ້​ເກີດ​ເຫດຫຼອນ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ. ລັດຖະບານ​ຊີຣີ​ເດັດດ່ຽວ​ປະຕິ​ເສດ​ວ່າ​ໄດ້​ນຳ​ໃຊ້​ອາວຸດ​ເຄມີ ​ແລະ​ກ່າວ​ວ່າ ຂ່າວ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ ​ແມ່ນ​ຂ່າວ​ລວງ​ຂອງ​ສື່​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ກຸ່ມ​ປະກອບ​ອາວຸດ​ຕໍ່ຕ້ານ​ລັດຖະບານ. ຈາກ​ນັ້ນ, ກະຊວງ​ການ​ຕ່າງປະ​ເທດ​ຊີຣີ ກ່າວ​ໃນ​ວັນ​ທີ 10 ​ເມສາ​ນີ້​ວ່າ: ປະ​ເທດ​ຕົນ​ໄດ້​ເຊີນ​ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີ​ສົ່ງ​ຄະນະ​ກວດກາ​ເຂົ້າ​ໄປກວດກາ​ຢູ່​ເມືອງ​ດູ​ມາ​ຢ່າງ​ເປັນ​ທາງ​ການ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ