ຟີ​ລິບ​ປິນ​ຈະປິດ​ເກາະ​ໂບ​ຣາ​ໄຊ​ເຄິ່ງ​ປີ
2018-04-26 16:34:17  cri 
ໜັງ​ສື​ພິມ​ລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງ​ກະ​ໂປ​ລາຍ​ງານ​ວ່າ: ​ເລີ່ມແຕ່​ວັນ​ທີ 26 ເມ​ສາ​ນີ້​ເປັນ​ຕົ້ນ​ໄປ, ເກາະ​ໂບ​ຣາ​ໄຊ​ທີ່​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຢູ່​ພາກ​ກາງ​ປະ​ເທດ​ຟີ​ລິບ​ປິນ​ຈະ​ປິດ​ບໍ​ລິ​ການ​ເປັນ​ເວ​ລາ​ເຄິ່ງ​ປີ​ເພື່ອ​ດຳ​ເນີນ​ໂຄງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ການ​ປັບ​​ປຸງ​ພື້ນ​ຖານ​ໂຄ​ງ​ລ່າງ, ໂຮງ​ແຮມ​ແລະ​ແຫຼ່ງ​ທ່ອງ​ທ່ຽວ​ຢູ່​ເທິງ​ເກາະ​ໄດ້​ຕັດ​ຈຳ​ນວນ​ພະ​ນັກ​ງານໃຫ້​ໜ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ​ໃນ 1 ເດືອນ​ປາຍ​ຜ່ານ​ມາ, ສົ່ງ​ຜົນ​ເຮັດ​ໃຫ້ຫຼາຍ​ຄົນ​​ບໍ່​ມີວຽກ​ເຮັດ​ງານ​ທຳແລ້ວ. ສື່ມວນ​ຊົນ​ລາຍ​ງານ​ວ່າ, ຄາດ​ວ່າ​ການ​ປິດ​ເກາະ​ຈະ​ກະ​ທົບ​ຕໍ່​​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເທິງ​ເກາະຢ່າງ​ໜ້ອຍ 73.500 ຄົນ.

ກະ​ຊວງພາຍ​ໃນ​ແລະ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຂອງ​ຟີ​ລິບ​ປິນ​ກໍ່​ຄື​ພາ​ກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ​ໄດ້​ຮ່ວມ​ກັນ​ວາງ​ມາດ​ຕະ​ການ​ປິດ​ເກາະ​ທີ່ເຂັ້ມ​ງວດ,ໃນ​ໄລ​ຍະ​ນີ້​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ນັກ​ທ່ອງ​ທ່ຽວ​ຂຶ້ນ​ເກາະ,​ມີ​ແຕ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ແລະ​ພະ​ນັກ​ງານ​ທີ່​ມີ​ໃບ​ອະ​ນຸ​ຍາດ​ຈາກ​ທາງ​ການ​ຈຶ່ງ​ຈະ​ສາ​ມາດ​ຄ້າງ​ຢູ່​ເທິງ​ເກາະ​ໄດ້. ພ້ອມ​ກັນ​ນັ້ນ, ໃນ​ໄລ​ຍະ​ນີ້​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ຜູ້​ຄົນ​ໃດໆ​ລອຍ​ນ້ຳ​ຢູ່​ແຄມ​ຝັ່ງ​ທະ​ເລ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ