ໂຄ​ສົກເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ: ສັນ​ຍາ​ວ່າ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ອີ​ຣານ​ຄວນ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ແລະ​ການ​ເພີ່ມ​ທະ​ວີ
2018-04-26 16:35:45  cri 
ວັນ​ທີ 25 ເມ​ສາ​ນີ້, ທ່ານ ສ​ຕີ​ເຟັນ ດູ​ຈາ​ຣິກ ໂຄ​ສົກເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ​, ທ່ານ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເຫັນ​ວ່າ​ສັນ​ຍາ​ຮອບ​ດ້ານ​ວ່າ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ​ຂອ​ງ​ອີ​ຣານ​ມີ​ຄວາມ​ສຳ​ຄັນ​ຫຼາຍ,ຄວນ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ແລະ​ການ​ເພີ່ມ​ທະ​ວີ.

ທ່ານ ສ​ຕີ​ເຟັນ ດູ​ຈາ​ຣິກ ກ່າວ​ວ່າ: "ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ປົກ​ປັ​ກ​ຮັກ​ສາ​​ໂຄງ​ປະ​ກອບ​ບໍ່​ແຜ່​ຜາຍ​ອາ​ວຸດ​ນິວ​ເຄ​ລຍ​ບົນ​ພື້ນ​ຖານ​ຜົນ​ສຳ​ເລັດ​ທີ່​ສຳ​ຄັນ​ນີ້ ເປັນ​ສິງ​ຮັບ​ຮອງ​ທີ່​ແຂງ​ແກ່ນ​ເຖິງ​ຄວາມ​ໝັ້ນ​ຄົງຂອງ​ໂລກ​ພວກ​ເຮົາ."

ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ໃນ​ເດືອນ​ມັງ​ກອນ​ປີ​ນີ້​ວ່າ, ​ການ​ແກ່​ຍາວ​ເວ​ລາ​ຂອງ​ການ​ຍົກ​ເວັ້ນການ​ຂວ້ຳ​ບາດ​ຕໍ່​ບັນ​ຫາ​ນິວ​ເຄ​ລຍ​ຂອງ​ອີ​ຣານ​ຄັ້ງ​ສຸດ​ທ້າຍ​ແມ່ນ​ຮອດ​ວັນ​ທີ 12 ພຶດ​ສະ​ພາ​ໜ້າ​ນີ້ ແລະ​ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ຫະ​ພາບ​ເອີ​ຣົບ​ແລະ​ລັດ​ຖະ​ສະ​ພາ​ຂອງ​ອາ​ເມ​ລິ​ກາ​ດັດ​ແກ້​ສັນ​ຍາ​ວ່າ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ອີ​ຣານ,ເພີ່​ມ​​ເນື້ອ​ໃນ​ຕ່າງໆ​ເຊັ່ນ: ການຈຳ​ກັດການ​ພັດ​ທະ​ນາ​​ຂີ​ປະ​ນາ​ວຸດ​ຂອງ​ອີ​ຣານ​ແລະ​ອື່ນໆ. ທ່ານ​ຍັງ​ໄດ້​ກ່າວວ່າ​ຖ້າ​ຮອດ​ເວ​ລາ​ນັ້ນ​ບໍ່ມີແຜນ​ການ​ດັດ​ແກ້​ທີ່​ເຮັດ​ໃຫ້​ຕົນ​ພໍ​ໃຈ, ອາ​ເມ​ລິ​ກາ​ກໍ່​ຈະ​ຖອນ​ອອກ​ຈາກ​ສັນ​ຍາ​ວ່າ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ອີ​ຣານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ