ລາວ​ເສຍ​ໄຊການ​ແຂ່ງຂັນ​ບານ​ເຕະ​ຊາວ​ໜຸ່ມອາ​ຊຽນທີ່​ປະ​ເທດ​ບຣູ​ໄນ
2018-04-26 16:27:43  cri 
ຕອນຄ່ຳວັນ​ທີ 25 ​ເມສາ​ນີ້, ການ​ແຂ່ງຂັນ​ບານ​ເຕະ​ຊາວ​ໜຸ່ມ​ອາ​ຊຽນ "ຮາ​ສານ​ນາ ​ໂປ​ກີ" ປີ 2018 ສາຍ B ​ໄດ້​ຈັດ​ຂຶ້ນ​ຢູ່​ສະໜາມ​ກິລາ​ແຫ່ງ​ຊາດ​ບຣູ​ໄນ, ທິມຊາດ​ລາວ​​ເສຍ​ໄຊ​​ໃຫ້​ທິມຊາດ​ສິງກະ​ໂປ​ທີ່​​ເອົາຊະນະ​ໄປ​ດ້ວຍ​ຄະ​ແນນ 5:1.
ການ​ແຂ່ງຂັນ​ກິລາ​ບານ​ເຕະ​ຊາວ​ໜຸ່ມ​ອາ​ຊຽນ​ໃນ​ຄັ້ງ​ນີ້ມີ​ປະ​ເທດ​ບຣູ​ໄນ, ສິງກະ​ໂປ, ກຳປູ​ເຈຍ, ມຽນມາ, ​ໄທ, ລາວ ​ແລະຕີ​ມໍ​​ເລັດສະ​ເຕເຂົ້າ​ຮ່ວມ​ການ​ແຂ່ງຂັນ. ການ​ແຂ່ງຂັນ​ໄດ້​​ແບ່ງ​ອອກ​ເປັນ​ສອງ​ສາຍ​ປະກອບ​ມີປະ​ເທດ​ບຣູ​ໄນ, ​​ເຈົ້າພາບໄທ ​ແລະ​ມຽນມາສາຍ A ​ແລະ​ສ່ວນ​ເຫຼືອ​​ແມ່ນ​ສາຍ B, ອັນ​ດັບ​ທີ 1 ​ແລະ​ທີ 2 ຂອງ​ແຕ່​ລະສາຍ​ຈະ​ຜ່ານເ​ຂົ້າຮອບ​ຮອງ​ຊະນະ​ເລີດ​ຂອງ​ການ​ແຂ່ງຂັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ