ຈັດ​ບັນ​ດາ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 32
2018-04-26 10:06:12  cri 
ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 32 ແລະ ບັນ​ດາ​ກອງ​ປະ​ຊຸມທີ່​ກ່ຽວ​ຂ້ອງ​ໄດ້​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ​ໃນ​ວັນ​ທີ 25 ເມ​ສາ​ນີ້ ເຊິ່ງ​ຜູ້​ນຳ ແລະ ຜູ້​ແທນ​ຈາກ 10 ປະ​ເທດ​ອາ​ຊຽນ​ຈະ​ປຶກ​ສາ​ຫາ​ລື​ເຮັດ​ແນວ​ໃດ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຢ່າງມີ​ຫົວ​ຄິດ​ປະ​ດິດ​ສ້າງ, ສ້າງ​ເຄືອ​ຂ່າຍ​ຕົວ​ເມືອງ​ສະ​ໝາດ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ຄວາມ​ໝັ້ນ​ຄົງອິນ​ເຕີ​ເນັດ ແລະ ອື່ນໆ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສິງ​ກະ​ໂປ ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ​ປະ​ຈຳ​ປີ 2018 ໄດ້​ອອກ​ຖະ​ແຫຼງ​ການວ່າ, ຜູ້​ນຳ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຈະ​ປິ່ນ​ອ້ອມຫົວ​ຂໍ້​ກອງ​ປະ​ຊຸມ "ສາ​ມັກ​ຄີ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ ແລະ ສະ​ແຫວງ​ຫາ​ກາ​ນ​ປ່ຽນ​ແປງ​ດ້ວຍ​ຫົວ​ຄິດ​ປະ​ດິດ​ສ້າງ" ໂດຍ​ໄດ້​ປຶກ​ສາ​ຫົວ​ຂໍ້, ສິ່ງ​ທ້າ​ທາຍ ແລະ ໂອ​ກາດ​ທີ່​ອາ​ຊຽນ​ຄວນ​ແກ້​ໄຂ​ກ່ອນ​ໝູ່ ແລະ ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ພາກ​ພື້ນ ແລະ ສາ​ກົນ.

ນັບ​ແຕ່​ວັນ​ທີ 25 ຫາ 27 ເມ​ສາ​ນີ້, ເຈົ້າ​ໜ້າ​ທີ່ 10 ປະ​ເທດ​ອາ​ຊຽນ​ຈະ​ຈັດຫຼາຍກອງ​ປະ​ຊຸມ ເຊິ່ງ​ລວມ​ທັງ​ກອງ​ປະ​ຊຸມ​ສະ​ພາ​ມົນ​ຕີ​ປະ​ຊາ​ຄົມ​ການ​ເມືອງ-ຄວາມ​ໝັ້ນ​ຄົງ​ອາ​ຊຽນ, ກອງ​ປະ​ຊຸມ​ສະ​ພາ​ມົນ​ຕີ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ ແລະ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽ​ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ