ເປີດ​ນຳ​ໃຊ້​ມະ​ຫາ​ວິ​ທະ​ຍາ​ໄລ​ກ​ຣາ​ຕີ​ຂອງ​ກຳ​ປູ​ເຈຍ​ທີ່​ຈີນ​ຊ່ວຍ​ເຫຼືອ
2018-04-26 10:40:08  cri 
ພິ​ທີ​ເປີດ​ນຳ​ໃຊ້​ມະ​ຫາ​ວິ​ທະ​ຍາ​ໄລ​ກ​ຣາ​ຕີ​ຂອງ​ກຳ​ປູ​ເຈຍ​ທີ່​ຈີນ​ຊ່ວຍ​ເຫຼືອ​ກໍ່​ສ້າງ​ໄດ້​ຈັດ​ຂຶ້ນຢູ່​ແຂວງກ​ຣາ​ຕີ​ຂອງ​ກຳ​ປູ​ເຈຍ​ໃນ​ວັນ​ທີ 25 ເມ​ສາ​ນີ້ ເຊິ່ງ​ຈະ​ເປີດ​ສັງ​ກາດ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ການ​ສຶກ​ສາ​ຢູ່​ເຂດ​ຕາ​ເວັນ​ອອກ​ສຽ​ງ​ເໜືອ​ຂອງ​ກຳ​ປູ​ເຈຍ.

ທ່ານ​ຮຸນ​ເຊັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ໄດ້​ກ່າວ​ປາ​ໄສ​ໃນ​ພິ​ທີ ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຈີນ​ໃນ​ການ​ຊ່ວຍ​ເຫຼືອ​ກໍ່​ສ້າງ​ໃນ​ຄັ້ງ​ນີ້ ໂດຍ​ກ່າວ​ວ່າ, ມະ​ຫາ​ວິ​ທະ​ຍາ​ໄລ​ກ​ຣາ​ຕີ​ແມ່ນ​ຜົ​ນ​ສຳ​ເລັດ​ໃໝ່​ທີ່​ກຳ​ປູ​ເຈຍ​ຍາດ​ມາ​ໄດ້​ໃນ​ສະ​ໄໝ​ສັນ​ຕິ​ພາບ​ທີ່​ໄດ້​ມາ​ບໍ່​ງ່າຍ. ທຶນ​ຊ່​ວຍ​ເຫຼືອ​​ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ນີ້​ຂອງ​ຈີນ​ໄດ້​ເປັນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຕໍ່ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຂອງ​ກຳ​ປູ​ເຈຍ.

ຂ່າວ​ແຈ້ງວ່າ, ມະ​ຫາ​ວິ​ທ​ະ​ຍາ​ໄລ​ກ​ຣາ​ຕີ​ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ​ສັງ​ລວມ​ຂອງ​ລັດ​ແຫ່ງ​ທຳ​ອິດ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ກຳ​ປູ​ເຈຍ ເຊິ່ງ​ຈັດ​ໃຫ້​ມີ​ຂະ​ແໜງວິ​ຊາ​ກະ​ສິ​ກຳ, ການ​ປຸງ​ແຕ່ງ​ກະ​ສິ​ກຳ, ການ​ຄົ້ນ​ຄວ້າ​ການ​ປະ​ມົງ, ພາ​ສາ​ຕ່າງ​ປະ​ເທດ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ແລະ ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ