ຣັດ​ເຊຍ​ຖະ​ແຫຼງວ່າ ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ເຂົ້າ​ໄປ​ໃນ​ສະ​ຖານ​ກົງ​ສຸນ​ຣັດ​ເຊຍ​ທີ່​ປິດ​ແລ້ວ​ນັ້ນ​ເປັນ​ການ​ລະ​ເມີດ​ກົດ​ໝາຍ​ສາ​ກົນ
2018-04-27 16:09:54  cri 
ວັນ​ທີ 26 ເມ​ສາ​ນີ້​, ທ່ານ​ນາງ​ມາ​ເຣຍ ຈາ​ຮາ​ໂຣ​ວາ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ຢືນ​ຢັນ​ວ່າ ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ເຂົ້າ​ໄປ​ໃນ​ສະ​ຖານ​ກົງ​ສຸນ​ຣັດ​ເຊຍ​ປະ​ຈຳ​ຊີ​ອັດ​ໂຕ​ເປັນ​ກາ​ນ​ກະ​ທຳ​ລະ​ເມີດ​ກົດ​ໝາຍ​ແລະ​ກົດ​ລະ​ບຽບ​ສາ​ກົນ​ເປັນ​ຕົ້ນ ສັນ​ຍາ​ວ່າ​ດ້ວຍ​ການ​ພົວ​ພັນ​ທາງ​ການ​ທູດ​ວຽນ, ສັນ​ຍາ​ວ່າ​ດ້ວຍ​ການ​ພົວ​ພັນ​ທາງ​ກົງ​ສຸນ​ວຽນ​ແລະ​ອື່ນໆ ເຊິ່ງ​ເປັນ​ເຫດ​ທີ່​ໜ້າ​ໂກດ​ຄຽດ. ນາງ​ກ່າວ​ວ່າ, ສະ​ຖານ​ກົງ​ສຸນ​ຣັດ​ເຊຍ​ປະ​ຈຳ​ຊີ​ອັດ​ໂຕ​ເປັນ​ຊັບ​ສິນ​ທາງ​ການ​ທູດ​ຂອງ​ຣັດ​ເຊຍ, ມາ​ຮອດ​ປັດ​ຈຸ​ບັນ, ອາ​ເມ​ລິ​ກາ​ໄດ້​ຍຶດ​ສິ່ງ​ກໍ່​ສ້າງ​ທາງ​ການ​ທູດ​ຂອງ​ຣັດ​ເຊຍ 6 ແຫ່ງ ​ເຊິ່ງ​ລວມ​ທັງ​ສິ່ງ​ກໍ່​ສ້າງ​ທາງ​ການ​ທູດ​ຣັດ​ເຊຍ​ທີ່​ຖືກກວດ​ປິດ​ໃນ​ປີ​ຜ່ານ​ມາ, ຣັດ​ເຊຍ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ສົ່ງ​ຄືນ​ຊັບ​ສິນ​ເຫຼົ່າ​ນີ້ຢ່າງ​ເດັດ​ຂາດ.

ວັນ​ທີ 26 ມີ​ນາ​ຜ່ານ​ມາ, ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ຂັບ​ໄລ່​ເຈົ້າ​ໜ້າ​ທີ່​ການ​ທູດ​ຣັດ​ເຊຍ​60ຄົນອອກ​ຈາກ​ປະ​ເທດ​ຕົນ​ທັງ​ຮຽກ​ຮ້ອງ​ໃຫ້​ປິດ​ສະ​ຖານ​ກົງ​ສຸນ​ຣັດ​ເຊຍ​ປະ​ຈຳ​ຊີ​ອັດ​ໂຕ ແລະ​ສະ​ຖານ​ກົງ​ສຸນ​ນີ້​ກໍ​ໄດ້​ປິດ​ບໍ​ລິ​ການ​ໃນ​ວັນ​ທີ 2 ເມ​ສາ​ຜ່ານ​ມາ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ອາ​ເມ​ລິ​ກາ. ຂ່າວ​ສານຣັດ​ເຊຍ​ລາຍ​ງານ​ວ່າ, ​ວັນ​ທີ 25 ເມ​ສາ​ນີ້, ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ໄດ້ມ້າງ​ລູກ​ກະ​ແຈ​ແລ້ວ​ເຂົ້າ​ໄປ​ໃນ​ສະ​ຖານ​ກົງ​ສຸນ​ຣັດ​ເຊຍ​ປະ​ຈຳ​ຊີ​ອັດ​ໂຕ​ທີ່​ໄດ້​ປິດ​ແລ້ວ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ