ປະ​ມຸກ​ລັດ​ສ ເກົາຫຼີ​ແລະ​ສ​ປ​ປ ເກົາຫຼີ​ພົບ​ປະ​ກັນ​ຢູ່​ປານ​ມູນ​ຈອມ
2018-04-27 16:12:50  cri 
ທ່ານ​ມູນ​ແຈ​ອິນ ປະ​ທາ​ນາ​ທິ​ບໍ​ດີສ ເກົາຫຼີແລະ​ທ່ານ​ກິມ​ເຈິງ​ອຸນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ສ​ປ​ປ ເກົາ​ຫຼີ​ໄດ້​ພົບ​ປະ​ກັນ​ຢູ່​ປານ​ມູນ​ຈອມ​ໃນ​ວັນ​ທີ 27 ເມ​ສາ​ນີ້.

ເວ​ລາ 9 ໂມງ 30 ນາ​ທີ ຕາມ​ເວ​ລາ​ເຊ​ອຸນ, ທ່ານ​ກິ​ມ​ເຈິງ​ອຸນ ໄດ້​ຂ້າມ​ຜ່ານ​ເສັ້ນ​ແບ່ງ​ທາງ​ການ​ທະ​ຫານ​ທີ່​ປານ​ມູນ​ຈອມ​ເຂົ້າ​ສູ່​ຟາກ​ສ ເກົາຫຼີ ແລະ​ໄດ້​ຮັບ​ການ​ຕ້ອນ​ຮັບ​ຂອງ​ທ່ານ​ມູນ​ແຈ​ອິນ​ທີ່​ກຳ​ລັງ​ລໍ​ຄອຍ​ຢູ່​ທີ່​ນັ້ນ ເຊິ່ງ​ເປັນ​ເທື່ອ​ທຳ​ອິດ​ທີ່​ຜູ້​ນຳ​ສູງ​ສຸດ​ຂອງ​ສ​ປ​ປ ເກົາຫຼີ​ເຂົ້າ​ດິນ​ແດນ​ສ ເກົາຫຼີຫຼັງ​ສົງ​ຄາມ​ແຫຼມ​ເກົາຫຼີ.

ເວ​ລາ ປະ​ມານ 10 ໂມງ 15 ນາ​ທີ, ທ່ານ​ມູນ​ແຈ​ອິນ​ແລະ​ທ່ານ​ກິມ​ເຈິງ​ອຸນ​ໄດ້​ເລີ່ມ​ພົບ​ປະ​ເຈ​ລະ​ຈາ​ກັນ​ຢູ່​ຫໍ​ຄອບ​ຄົວ​ສັນ​ຕິ​ພາບ​ທີ່​ຢູ່​ຊາຍ​ແດນ​ຟາກ​ສ ເກົາຫຼີ.

ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີຂອງ​ສ ເກົາຫຼີຖະ​ແຫຼງ​ໃນ​ວັນ​ທີ 26 ເມ​ສາ​ນີ້​ວ່າ: ບັນ​ຫາ​ໃຈ​ກາງ​ທີ່​ປະ​ມຸກ​ລັດ​ສອງ​ປະ​ເທດ​​ພົບ​ປະ​ຫາ​ລື​ໃນ​ຄັ້ງ​ນີ້​ຄື ການ​ປອດ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາຫຼີ​ແລະ​ການ​ສ້າງ​ສັນ​ຕິ​ພາບ​ຖາ​ວອນ​ຂອງ​ແຫຼມ​ເກົາຫຼີ ສ່ວນ​ຂໍ້​ຫຍຸ້ງ​ຍາກ​ຂອງ​ການ​ພົບ​ປະ​ຄັ້ງ​ນີ້​ກໍ​ແມ່ນ​ການ​ເຊັນ​ສັນ​ຍາ​ບັນ​ຫານ​ນິວ​ເຄ​ລຍ​ແຫຼມ​ເກົາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ