ທ່ານ​ສີຈິ້ນ​ຜິງ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂ​ຈອງ​ເຂດ​ເສດ​ຖະ​ກິດ​ລຽບ​ຕາມ​ແມ່​ນ້ຳ​ຢາງ​ຊີ​ກຽງ
2018-04-27 10:38:43  cri 
ຕາມ​ຂ່າວ CRI: ວັນ​ທີ 26 ເມ​ສານີ້ ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາ​ງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢູ່​ລຽບ​ຕາມ​ແມ່​ນ້ຳ​ຢາງ​ຊີ​ກຽງ ໂດຍ​ເນັ້ນ​ໜັກ​ວ່າ, ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ຢູ່​ລຽບ​ຕາມ​ແມ່​ນ້ຳ​ຢາງ​ຊີ​ກຽງ​ແມ່ນ​ການ​ຕັດ​ສິນ​ທີ່​ສຳ​ຄັນ​ຂອງ​ສູນ​ກາງ​ພັກ, ແມ່ນ​ຍຸດ​ທະ​ສາດ​ສຳ​ຄັນທີ່​ສຸດ​ທີ່​ພົວ​ພັນ​ເຖິງ​ສະ​ພາບ​ລວມ​ຂອງ​ການ​ພັດ​ທະ​ນາ​ແຫ່ງ​ຊາດ. ການ​ທີ່​ຊຸກ​ຍູ້​ເຂດ​ເສດ​ຖະ​ກິດ​ຢູ່​ລຽບ​ຕາມ​ແມ່​ນ້ຳ​ຢາງ​ຊີ​ກຽງ​ໃນ​ສະ​ຖາ​ນະ​ການ​ໃໝ່ ສຳ​ຄັນ​ແມ່ນ​ຕ້ອງ​ກຳ​ກັບ​ຫຼາຍ​ດ້ານ​ໃຫ້​ດີ, ເຊັ່ນ​ວ່າ​ຕ້ອງ​ໃຫ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບກວມ​ລວມ​ພົ​ພ​ວັນ​ກັບ​ການ​ບຸກ​ທະ​ລຸ​ຂໍ້​ຍາກ​ສຳ​ຄັນ, ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,ສ້າງ​ຄວາມ​ສາ​ມາດ​ການ​ພັດ​ທະ​ນາ​ແບບ​ໃໝ່, ແກ້​ໄຂ​ການ​ພົວ​ພັນ​ລະ​ຫວ່າງ​ການ​ພັດ​ທະ​ນາ​ໂດຍ​ຕົນ​ເອງ​ແລະ​ການ​ພັດ​ທະ​ນາ​ແບບ​ປະ​ສານ​ສົມ​ທົບ​ກັນ, ຍຶດ​ຖື​ແນວ​ຄິດ​ການ​ພັດ​ທະ​ນາ​ແບບ​ໃໝ່, ຍຶດ​ໝັ້ນ​ຫຼັກ​ການ​ເຮັດ​ວຽກ​ທີ່​ກ້າວ​ໄປ​ໜ້າ​ໃນ​ທ່າມ​ກາງ​ຄວາມ​ໝັ້ນ​ຄົງ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ