ທ່ານຫຼີ​ເຄີ້ສຽງ​ ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ລັດຖະມົນຕີ​ກະຊວງ​ຂົນ​ສົ່ງ​ອາ​ເມ​ລິ​ກາ
2018-04-27 15:30:03  cri 

ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ທ່ານ​ນາງ​ເອ​ລາຍ ຈາວ ລັດຖະມົນຕີ​ກະຊວງ​ຂົນ​ສົ່ງ​ອາ​ເມ​ລິ​ກາ ຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ຕອນ​ບ່າຍວັນ​ທີ 26 ​ເມສາ​ນີ້ ​ໂດຍ​ກ່າວ​ວ່າ: ການ​ປະ​ທະ​ກັນ​ທາງ​ການ​ຄ້າ​ຈະບໍ່​ມີ​ຝ່າຍ​ໃດ​​ເປັນ​ຝ່າຍຊະນະ, ຂະນະ​ທີ່​ຈີນ​ກໍ​ເປີດ​ປະຕູ​ການ​ເຈລະຈາ​ໂດຍ​ຕະຫຼອດ.

ທ່ານຫຼີ​ເຄີ້ສຽງ ຊີ້​ວ່າ: ທາດ​ແທ້ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ແມ່ນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ການ​ປະ​ທະ​ກັນ​ທາງ​ການ​ຄ້າ​ຈະບໍ່​ມີຝ່າຍ​ໃດ​​ເປັນ​ຝ່າຍຊະນະ ທັງ​ຍັງ​ຈະ​ກະທົບ​ເຖິງ​ຂະ​ບວນການ​ຟື້ນ​ຕົວ​ຂອງ​ເສດຖະກິດ​ໂລກ ​ແລະ​ຕ່ອງ​ໂສ້​ອຸດສາຫະກຳ​ທົ່ວ​ໂລກ​ອີກ​ດ້ວຍ ສອງ​ຝ່າຍ​ຄວນ​ນັ່ງ​ລົງ​ມາ​ເພື່ອ​ເຈລະຈາບັນຫາ​ຕ່າງໆ​ທີ່​ມີ​ຢູ່​ກັບ​ການ​ຄ້າລະຫວ່າງສອງ​ປະ​ເທດ ຈຶ່ງ​ຈະ​ສາມາດ​ຄົ້ນຫາ​ວິທີ​ການ​ແກ້​ໄຂ​ໄດ້. ຈີນ​ໃຫ້​ຄວາມ​ສຳຄັນ​ຕໍ່​ອາ​ເມ​ລິ​ກາ​ທີ່​ກ່າວ​ໂດຍ​ຫວັງ​​ໃຫ້​ແກ້​ໄຂ​ຄວາມ​ຂັດ​ແຍ້​ງທາງ​ການ​ຄ້າ​ໂດຍ​ຜ່ານ​ການ​ເຈລະຈາ​ກັນ ​ແລະ​ປະຕູ​ການ​ເຈລະຈາຂອງ​ຈີນ​ກໍ​ເປີດ​ຢູ່​ໂດຍ​ຕະຫຼອດ.

ທ່ານ​ນາງ​ເອລາຍ ຈາວ ກ່າວ​ວ່າ: ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-ຈີນ​ປັດຈຸບັນ​ພວມ​ຢູ່​ໃນ​ໄລຍະ​ສຳຄັນ​ແຫ່ງ​ການ​ພັດທະນາ ສອງ​ຝ່າຍ​ພວມ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ທີ່​ຜະ​ເຊີນ ຫວັງ​ວ່າການ​ປຶກສາ​ຫາລື​ບັນຫາ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ຜົນ​ທີ່​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ