ໃຊ້​ຍົນ​ບໍ່​ມີ​ຄົນ​ຂັບ​ຂົນ​ສົ່ງ​ຜັກ​ແລະ​ໝາກ​ໄມ້​ສົດໆ​
2018-04-27 16:19:49  cri 

ວັນ​ທີ 26 ​ເມສາ​ນີ້ ຢູ່​ເມືອງ​ອູ​ກົ່ງ ​ແຂວງ​ສານ​ຊີ່, ບໍລິສັດ​ວິທະຍາສາດ​ເຕັກນິກ​ເຄືອ​ຂ່າຍ​ໄຊ້ໜຽວ​ຈຳກັດ ​ແລະ ບໍລິສັດ​ທ່ຽນ​ມ່າວ (Tmall) ​ໄດ້ປະກາດ​ຮ່ວມມື​ກັນ​ເພື່ອ​ເລີ່​ມປະຕິບັດ​ "ແຜນການ​ເສີນ​ໜົງ" ​ແລະ​ເລີ່​ມ​ເປີດ​ນຳ​ໃຊ້​ສາງ​ມາດຕະຖານ​ຢູ່​ຖິ່ນ​ກຳ​ເນີ​ດ​ແຫ່ງ​ທຳ​ອິດ. ​ແຜນການ​ດັ່ງກ່າວ ​ໄດ້​ຍ້າຍ​ສາງ​ຮັກສາ​ຜະລິດ​ຕະພັນ​ສົດໆ​ຈາກ​ຕົວ​ເມືອງ​ໄປ​ຢູ່​​ແຫຼ່ງຜະລິດ​ຜັກ​ແລະ​ໝາກ​ໄມ້​ສົດ ​​ແລະ​ໃຊ້​ຍົນ​ບໍ່​ມີ​ຄົນ​ຂັບ​ໄປ​ຂົນ​ສົ່ງຜະລິດ​ຕະພັນ​ສົດໆ​ຈາກ​ຫົວ​ໄຮ່ນາ​​ເລີຍ ທັງ​ນຳ​ໃຊ້​ເຄື່ອງ​ຄິດ​ໄລ່​ສະມາດ​ຊ່ວຍ​ວາງ​ແຜນ​ໃນ​ການຈຳໜ່າຍ​​ແລະ​ຈັດ​ວາງຜັກ ​ແລະ​ໝາກ​ໄມ້​ສົດ ​ເພື່ອ​ຊ່ວຍ​ປັບປຸງ​ອຸດສາຫະກຳ​ການປູກຝັງ​ຢູ່​ແຫຼ່ງຜະລິດ​ໃຫ້​ດີທີ່​ເຕັມ​ໄປ​ດ້ວຍ​ປະລິມານ​ແລະ​ຄຸນ​ນະພາ​ບ.



1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ