ຈີນ​ກ່າວ​ວ່າ 61 ປະ​ເທດ​ຢືນ​ຢັນ​ຢ່າງ​ເປັນ​ທາງ​ການ​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ
2018-04-27 11:30:30  cri 
ວັນ​ທີ 26 ເມ​ສາ​ນີ້, ທ່ານ ກ່າວ​ເຟີ່ງ ໂຄ​ສົກ​​ຂອງ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ວຽກ​ງານ​ກະ​ກຽມ​ຕ່າງໆ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ພວມ​ດຳ​ເນີນ​ຢ່າງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ,ໄດ້​ມີ 61 ປະ​ເທດ​​ຢືນ​ຢັນ​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ.

ໃນ​ກອງ​ປະ​ຊຸມຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ, ທ່ານ ກ່າວ​ເຟີ່ງ ກ່າວ​ວ່າ,ມາ​ຮອດ​ວັນ​ທີ 24 ເມ​ສາ​ນີ້, ໄດ້​ມີ​ວິ​ສາ​ຫະ​ກິດ 1.022 ແຫ່ງ​ເຊັນ​ສັນ​ຍາ​ເຂົ້າ​ຮ່ວມ​ງານ, ໃນ​ນັ້ນ, ວິ​ສາ​ຫະ​ກິດ​ທີ່​ເຂັ້ມ​ແຂງ​ທີ່​ສຸດ 500 ແຫ່ງ​ໃນ​ໂລກ​ແລະ​ວິ​ສາ​ຫະ​ກິດ​ນຳ​ໜ້າ​ຂະ​ແໜງ​ການ​ຕ່າງໆມີ​ເກືອບ 100 ແຫ່ງ.

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ຢູ່​ກຳ​ແພງ​ນະ​ຄອນ​ຊຽງ​ໄຮ​ໃນ​ວັນ​ທີ 5 ຫາ​ວັນ​ທີ 10 ພະ​ຈິກ​ປີ​ນີ້. ທ່ານ ກ່າວ​ເຟີ່ງ ກ່າວ​ຕື່ມ​ວ່າ, ​ກຳ​ແພງນະ​ຄອນ​ຊຽງ​ໄຮ​ໄດ້​ສ້າງ​ໜ່ວຍ​ນຳ​ພາ​ເພື່ອຮັບ​ປະ​ກັນ​ການ​ຈັດ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ