ກອງ​ປະ​ຊຸມ​ສຸດຍອດ​ແມ່​ຍິງ​ໂລກ​ຄັ້ງ​ທີ 28 ຈັດ​ຂຶ້ນ​ຢູ່ຊິດ​ນີ​ປະ​ເທດ​ອົ​ສຕ​ຣາ​ລີ
2018-04-27 16:06:17  cri 
ກອງ​ປະ​ຊຸມ​ສຸດຍອດ​ແມ່​ຍິງ​ໂລກ​ຄັ້ງ​ທີ 28 ໄດ້​ຈັດ​ຂຶ້ນ​ຢູ່​​ຊິດ​ນີ​ປະ​ເທດອົ​ສ​ຕ​ຣາ​ລີ​​ໃນ​ວັນ​ທີ 26 ເມ​ສາ​ນີ້ ໂດຍເນັ້ນ​ຫົວ​ຂໍ້ "ສ້າງ​ເສດ​ຖະ​ກິດ​ທີ່​ມີ​ຄຸນ​ຄ່າ​ຊົມ​ໃຊ້​ຮ່ວມ​ກັນ". ຜູ້​ຕາງ​ໜ້າ​ 1.200 ກວ່າ​ທ່ານຈາກ 65 ປະ​ເທດ​ແລະ​ເຂດ​ແຄວ້ນໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້ ໃນ​ນັ້ນ​ມີ​ຜູ້​ຕາງ​ໜ້າຂອງ​ຈີນ 113 ທ່ານແລະ​ຈີນ​ກໍ່ເປັນ​ປະ​ເທດ​ທີ່​ມີ​ຈຳ​ນວນ​ຜູ້​ຕາ​ງ​ໜ້າ​ເຂົ້າ​ຮ່ວມ​ຫຼາຍ​ທີ່​ສຸດ.

ທ່າ​ນ​ນາງ ​ໄອ​ເຣັນ ນາ​ຕີ​ວີ​ດັດ ປະ​ທານກອງ​ປະ​ຊຸມ​ສຸດຍອດ​ແມ່​ຍິງ​ໂລກ​ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ມື້​ດຽວ​ກັນ​ວ່າ, ບັນ​ຫາ​ທີ່​ທົ່ວ​ໂລກ​ຜະ​ເຊີນ​ໃນ​ປັດ​ຈຸ​ບັນ​ຕ້ອງ​ການໃຫ້​ບັນ​ດາ​ປະ​ເທດ​ຮ່ວມ​ມື​ແກ້​ໄຂ,ແມ່​ຍິງ​ເປັນ​ກຳ​ລັງ​ທີ່​ສຳ​ຄັນ​ໃນ​ການ​ດຳ​ເນີນ​ການ​ຮ່ວມ​ມື, ກອງ​ປະ​ຊຸມ​ຄັ້ງ​ນີ້​ສາ​ມາດ​​ເປີດ​ໂອ​ກາດ​ໃຫ້​ແກ່​ຜູ້​ແທນ​ແມ່​ຍິງ​ຈາກ​ບັນ​ດາ​ປະ​ເທດ​ໃນ​ການ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ບັນ​ຫາ​ທົ່ວ​ໂລກ.

ທ່ານ​ນາງ ໄອ​ເຣັນ ນາ​ຕີ​ວີ​ດັດ ຍັງ​ໄດ້​ແຈ້ງ​ໃຫ້​ຮູ້​ສະ​ພາບ​ຫຼ້າ​ສຸດ​ຂອງ​ການ​ພັດ​ທະ​ນາ​ອາ​ຊີບ​ຂອງ​ແມ່​ຍິງທົ່ວ​ໂລກ​ໃນ​ປັດ​ຈຸ​ບັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ