"ມັງ​ກອນເຟືອງ​"​ທີ່​ຍາວ​ທີ່​ສຸດ​ຂອງ​ຈີນໄດ້​ວາງ​ສະ​ແດງຢູ່​ແຂວງ​ຟູ​ຈ້ຽນ
2018-04-27 16:13:20  cri 

ວັນ​ທີ 26 ເມ​ສາ​ນີ້, ຢູ່​ເມືອງ​ເຢວ​ຊີ່​ແຂວງ​ຟູ​ຈ້ຽນ​ ສ​ປ ຈີນໄດ້​ຈັດ​ງານ​ວັດ​ທະ​ນະ​ທຳເຟືອງ​ຂະ​ໜາດ​ໃຫຍ່ "ຄົນ​ກັບ​ທຳ​ມະ​ຊາດ" ໂດຍ​ໄດ້ຈັດ​ເປັນ​ງານ​ວາງ​ສະ​ແດງ​ເຄື່ອງ​ສິ​ລະ​ປະ​ທີ່​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ທີ​ວ​ທັດ​ທ້ອງ​ຖິ່ນ ​ໄດ້​ວາງ​ສະ​ແດງ​ເຄື່ອງ​ສິ​ລະ​ປະທີ່​ສານ​ດ້ວຍ​ເຟືອງ​​ມີ​ຫຼາຍ​ຮູບ​ຫຼາຍ​ແນວ 100 ກວ່າ​ຢ່າງ ເຊິ່ງໄດ້​ສ້າງ​ຂຶ້ນ​ໂດຍ​ປະ​ກອບ​ມີນາປູກ​ເຂົ້າ, ນາ​ປູກ​ຜັກ, ຮ່ອມ​ພູ, ນ້ຳ​ແລະ​ປ່າ​ໄມ້ປະ​ສົມ​ປະ​ສານກັນ​ກັບ​ເຄື່ອງ​ສິ​ລະ​ປະ​ເຟືອງ​​ດ້ວຍ​ຫົວ​ຄິດ​ປະ​ດິດ​ສ້າງ. ໃນ​ນັ້ນ, ມັງ​ກອນ​ເຟືອງຍາວ 150,57 ແມັດ, ສູງ 6,55 ແມັດ ໄດ້​ສ້າງ​ສະ​ຖິ​ຕິ​​ໃໝ່​ເຂົ້າ​ໃນ​ກີ​ເນ​ສ໌​ບຸກ​ໂລກ.
1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ