ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແຕ່ງ​ຕັ້ງ​ທູດ​ວິ​ສາ​ມັນ​ກ່ຽວ​ກັບ​ບັນ​ຫາ​ມຽນ​ມາ
2018-04-27 16:34:35  cri 
ວັນ​ທີ 26 ເມ​ສາ​ນີ້, ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປະ​ກາດ​ວ່າ ຈະ​ແຕ່ງ​ຕັ້ງ​ທ່ານ​ນາງ ຄ​ຣິ​ສ​ຕິນ​າ ສກ​ຣາ​ເນີ ເບີ​ເກີ​ເນີ ເຈົ້າ​ໜ້າ​ທີ່​ທາງ​ການ​ທູດ​ຂອງ​ສະ​ວິ​ສ​ເປັນ​ທູດ​ວິ​ສາ​ມັນ​ກ່ຽວ​ກັບ​ບັນ​ຫາ​ມຽນ​ມາ​ຂອງ​ຕົນ.

ມື້​ແຕ່ງ​ຕັ້ງ​ທ່ານ​ນາງ ເບີ​ເກີ​ເນີ ພໍ​ດີ​ຖືກ​ກັບ​ມື້​ກ່ອນ​ຜູ້​ຕາງ​ໜ້າ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ເດີນ​ທາງ​ໄປ​ມຽນ​ມາ​ແລະ​ບັງ​ກ​ລາ​ເດັດ​ເພື່ອ​ປະ​ເມີນ​ສະ​ຖາ​ນະ​ການ​ສິດ​ທິ​ມະ​ນຸດ​ສະ​ທຳ​ທ້ອງ​ຖິ່ນ. ນັບ​ແຕ່​ເດືອນ​ສິງ​ຫາ​ປີ 2017 ເປັນ​ຕົ້ນ​ມາ ຢູ່​ລັດ​ຍະ​ໄຂ່​ປະ​ເທດ​ມຽນ​ມາ​ໄດ້​ເກີດ​ການ​ໂຈມ​ຕີ​ຫຼາຍ​ຄັ້ງ​ ສົ່ງ​ຜົນ​ເຮັດ​ໃຫ້​ມີ​ປະ​ຊາ​ຊົນ​ເສຍ​ຊີ​ວິດ​ໄປ​ແລ້ວ 100 ກວ່າຄົນ ແລະ​ໄດ້​ເຮັດ​ໃຫ້​ຊາວ​ໂຣ​ຮິງ​ຢາ​ທ້ອງ​ຖິ່ນ​ຂ້າມ​ແດນ​ເຂົ້າ​ສູ່​ບັງ​ກ​ລາ​ເດັດ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.

ທ່ານ​ນາງ ຄ​ຣິ​ສ​ຕິນ ສກ​ຣາ​ເນີ ເບີ​ເກີ​ເນີ ເກີດ​ທີ່ເມີ​ລີ​ເກີນ​ປະ​ເທດ​ສະ​ວິ​ສເມື່ອ​ປີ 1963, ໄດ້​ຮັບ​ໃບ​ຢັ້ງ​ຢືນ​ປະ​ລິ​ຍາ​ຕີນິ​ຕິ​ສາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລຈູ​ຣິກ, ເຮັດ​ວຽກ​ການ​ທູດ​ຫຼາຍກວ່າ 25 ປີ, ກ່ອນ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ທູດ​ວິ​ສາ​ມັນ​ກ່ຽວ​ກັບ​ບັ​ນ​ຫາ​ມຽນ​ມາ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ທ່ານເຄີຍ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ວິ​ສ​ປະ​ຈຳ​ປະ​ເທດ​ໄທ​ແລະ​ເອກ​ອັກ​ຄະ​ລັດ​ຖະ​ທູດສະ​ວິ​ສປະ​ຈຳ​ປະ​ເທດ​ເຢຍ​ລະ​ມັນ​ຕາມ​ດຳ​ລັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ