ຜູ້​ນຳ​ຈີນ-ອິນ​ເດຍ​ຈັດ​ການ​ພົບ​ປະ​ກັນ​ບໍ່​ເປັນ​ທາງ​ການ
2018-04-27 17:19:05  cri 
ຕາມ​ຂ່າວ CRI: ຕອນ​ບ່າຍ​ວັນ​ທີ 27 ເມ​ສາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບທ່ານ​ນາ​ເຣນດຣາ ​ໂມ​ດີ ນາຍົກລັດຖະມົນຕີອິນ​ເດຍ​​ທີ່​ມາ​ຢ້ຽມ​ຢາມ​ປະ​ເທດ​ຈີນ​ບໍ່​ເປັນ​ທາງ​ການຢູ່​ນະ​ຄອນ​ອູ​ຮ້ານ​ທີ່​ພາກ​ກາງ​ຂອງ​ຈີນ.

ການ​ພົບ​ປະ​ກັນ​ບໍ່​ເປັນ​ທາງ​ການ​ລະ​ຫວ່າງ​ຜູ້​ນຳ​ສອງ​ປະ​ເທດ​ໄດ້​ເລີ່ມ​ຕົ້ນ​ຢູ່​ຫໍ​ພິ​ພິດ​ທະ​ພັນ​ແຂວງ​ຮູ​ເປີຍ, ຢູ່​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ນີ້​ໄດ້​ເກັບ​ມ້ຽນ​ວັດ​ຖຸ​ບູ​ຮານ​ລະ​ດັບ​ຊາດ​ຂອງ​ຈີນ​ໃນ​​ສະ​ໄໝ​ບູ​ຮານກ່ອນ ຄ.ສ 770 ຫາ​ກ່ອນ​ຄ.ສ 221. ຜູ້​ນຳ​ສອງ​ປະ​ເທດ​ຮ່ວມ​ກັນ​ຊົມ​ວັດ​ທະ​ນະ​ທຳ​ຈີນ​ທີ່​ມີ​ປະ​ຫ​ວັດ​ສາດ​ຍາວ​ນານ​ໂດຍ​ສະ​ເພາະ​ແມ່ນ​ວັດ​ທະ​ນະ​ທຳ​ຮູ​ເປີຍ, ແລະ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ແລກ​ປ່ຽນ​ແລະ​ຖອດ​ຖອ​ນ​ບົດ​ຮຽນ​ຂອ​ງ​ອາ​ລະ​ຍະ​ທຳ​ທັງ​ສອງ​ປະ​ເທດ​ແລະ​ຊຸກ​ຍູ້​ອາ​ລະ​ຍະ​ທຳ​ຕ່າງ​ກັນ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ. ຫຼັງ​ຈາກ​ນັ້ນ, ຜູ້​ນຳ​ສອງ​ປະ​ເທດ​ໄດ້​ສື​ບ​ຕໍ່​ຈັດ​ການ​ເຈ​ລະ​ຈາ​ຢູ່​ໂຮງ​ແຮມ​ຕຸ່ງ​ຮູ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ