ວົງ​ການ​ອຸດສາຫະກຳການ​ຄ້າ​ຈີນ-ອາ​ຊຽນຄອງ​ຄອຍ​ລົ​ງ​ເລິກການ​ຮ່ວມມື​ເສດຖະກິດ-ການ​ຄ້າດ້ວຍ "ຮູບ​ແບບ​ການ​ປະດິດ​ສ້າງ​ໃໝ່"
2018-04-27 17:04:46  cri 
ວັນ​ທີ 26 ​ເມສາ​ນີ້, ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ພົວພັນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ ​ແລະ​ການ​ລົງ​ທຶນ​ຈີນ-ອາ​ຊຽນຄັ້ງ​ທີ 15 ​ໄດ້​ຈັດ​ຂຶ້ນ​ຢູ່​​ນະຄອນ​ນານ​ນີງ​ເຂດ​ກວາງຊີຂອງ​ຈີນ.

ທ່ານ​ຈ່າງ​ເຫວີ​ຍ ຮອງ​ຫົວ​ໜ້າ​ຄະນະ​ກຳມະການ​ສົ່ງ​ເສີມ​ການ​ຄ້າ​ສາກົນ​ຈີນ​ແນະນຳ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ມີຫົວ​ຂໍ້ວ່າ "ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະຕະວັດ​ 21 ​ແລະ​ປະ​ຊາ​ຄົມ​ການ​ປະດິດ​ສ້າງ​ໃໝ່​ຈີນ-ອາ​ຊຽນຮ່ວມ​ກັນ" ​ເຊິ່ງຄາດ​ວ່າ​ຈະ​ມີ​​ເຈົ້າ​ໜ້າ​ທີ່​ລັດຖະບານ, ບຸກຄົນ​ວົງ​ການ​ອຸດສາຫະກຳການ​ຄ້າ ​ແລະ​ຊ່ຽວຊານ​ນັກວິຊາ​ການ​ຈາກ​ຈີນ ​ແລະ​ບັນດາ​ປະ​ເທດ​ອາ​ຊຽນປະມານ 1500 ຄົນ​ເຂົ້າ​ຮ່ວມ.

ທ່ານ​ຫຼີ​ຊາງ​ກ່ວນ ​ເລຂາທິການ​ໃຫຍ່​ກອງ​ເລຂາ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນ​ເປີດ​ເຜີຍ​ວ່າ: ​ໃນ​ໄລຍະ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້, ​ໂດ​ຍປິ່ນ​ອ້ອມຫົວ​ຂໍ້​ດັ່ງກ່າວຈະ​ຈັດ​ກອງ​ປະຊຸມ​ໂຕະມົນ​ລະຫວ່າງຜູ້ນຳ​ກຳປູ​ເຈຍ ​ແລະCEOຂອງ​ວິ​ສາ​ຫະກິດ​ຈີນ, ​ເວທີ​ປຶກສາຫາລື​ການ​ພັດທະນາ​ການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດ​ຈີນ-ອາ​ຊຽນ, ​ເວທີ​ປຶກສາ​ຫາລື​ເສດຖະກິດ​ນັກ​ທຸລະ​ກິດໜຸ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ຄັ້ງ​ທຳ​ອິດ ​ແລະ​ກອງ​ປະຊຸມ​ຍ່ອຍ​ອື່ນໆ​ຈຳນວນ 12 ກອງ​​ປະຊຸມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ