ທ່ານ​ນາ​ເຣັນດຼາ ​ໂມ​ດີ ນາຍົກລັດຖະມົນຕີອິນ​ເດ​ຍຮອດ​​ນະຄອນ​ຫວູຮ້ານ
2018-04-27 17:07:00  cri 
​ເວລາ 0 ​ໂມງ 13 ນາທີ​ວັນ​ທີ 27 ​ເມສາ​ນີ້, ​​ເຮືອບິນ​ພິ​ເສດ​ຂອງທ່ານ​ນາ​ເຣັນດຼາ ​ໂມ​ດີ ນາຍົກລັດຖະມົນຕີອິນ​ເດຍ​ໄດ້​ເດີນທາງຮອດ​ສະໜາມ​ບິນ​ສາກົນ​ທ່ຽນ​ເຮີ​ນະຄອນ​ຫວູຮ້ານ, ວັນ​ທີ 27 ຫາ​ວັນ​ທີ 28 ​ເມສາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ປະທານ​ປະ​ເທດ​ຈີນ​ຈະ​ພົບ​ປະ​ກັບ​ທ່ານ​ໂມ​ດີຢູ່​ນະຄອນ​ຫວູຮ້ານ.

​ກ່ອນ​ໜ້າ​ນີ້​ບໍ່​ດົນ, ທ່ານ​ຂົງຊວນ​​ໂຢ້ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໄດ້​ແນະນຳ​ວ່າ: ການ​ພົບ​ປະ​ຄັ້ງ​ນີ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຫວູຮ້ານ​ບໍ່​ພຽງ​ແຕ່​ຍ້ອນ​ວ່າ​ນະຄອນ​ຫວູຮ້ານ​ແມ່ນ​ຕົວ​ເມືອງ​ໃຫຍ່​ທີ່​ສຸດ​ຢູ່​ພາກ​ກາງຂອງ​ຈີນ ​ແລະ​ມີ​ປະຫວັດສາດ​ຍາວ​ນານ​ເທົ່າ​ນັ້ນ, ຫາກຍັງ​ຍ້ອນ​ວ່າສະຖານ​ທີ່​ແຫ່ງ​ນີ້ມີ​ການ​ພົວພັນ​ກັບລັດ​ທ້ອງ​ຖິ່ນ​ຂອງອິນ​ເດຍຢ່າ​ງ​ແໜ້ນ​ແຟ້ນນັບ​ມື້​ນັບຍິ່ງໆ​ຂຶ້ນ, ການ​ຮ່ວມ​ມື​ດ້ານ​ເສ​ດຖະກິດ-ການ​ຄ້າກໍ​ໄດ້​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ໂມ​ດີ​ບໍ່​ເຄີຍ​ຢ້ຽມຢາມ​ພາກ​ກາງຂອງ​ປະ​ເທດ​ຈີນ. ​ເຊື່ອ​ໝັ້ນ​ວ່າ ການ​​ເດີນທາງ​ເທື່ອ​ນີ້​ຈະ​ເປັນ​​ປະສົບ​ການ​ໃໝ່​ຂອງ​ທ່ານ​ໂມ​ດີ ​ແລະຈະ​​ເປັນ​ການ​ເພີ່ມ​ທະວີ​ຄວາມ​ເຈົ້າ​ໃຈ​ຕໍ່​ປະ​ເທດ​ຈີນ​ຂອງ​ທ່ານ​ໃຫ້​ຫຼາຍ​ຂຶ້ນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ