ສຳນັກງານ​ຜູ້​ແທນສະມາຄົມ​​ເຄື່ອງ​ຫຼິ້ນ​ອິນ​ໂດ​ເນ​ເຊຍ​ປະ​ຈຳ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະຄອນ​ກວາງ​ໂຈ່​ວ
2018-04-27 17:07:59  cri 
ວັນ​ທີ 26 ​ເມສາ​ນີ້, ສະມາຄົມ​ເຄື່ອງຫຼິ້ນ​ອິນ​ໂດ​ເນ​ເຊຍ​ໄດ້​ສ້າງ​ຕັ້ງສຳນັກງານ​ຕົວ​ແທນ​ຂຶ້ນ​ຢູ່​ນະຄອນກວາງ​ໂຈ່​ວ ​ເພື່ອ​ສ້າງ​​ເວທີ​ແລກປ່ຽນ​ລະຫວ່າງ​ວິ​ສາ​ຫະກິດ​​ເຄື່​ອງຫຼິ້ນ​ຈີນ ​ແລະ​ອິນ​ໂດ​ເນ​ເຊຍ, ຊຸກ​ຍູ້​ການ​ຮ່ວມ​ມື ​ແລະ​ແລກປ່ຽນ​ຢ່າງ​ເລິກ​ເຊິ່ງທາງ​ດ້ານ​ຍີ່​ຫໍ້​ເຄື່ອງ​ຫຼິ້ນ, ການ​ສົ່ງ​ເສີມ​ການຈຳ​ໜ່າຍ, ​ເຕັກນິກ, ການ​ຄ້າ, ການ​ລົງທຶນ, ການ​ຜ​ະລິດ ​ແລະ​ອື່ນໆ.

ທ່ານ​ສຸດ​​ເຈຍ​ດີ​​ ລູຄາ​ສ ປະທານ​ສະມາ​ຄົມ​ເຄື່ອງ​ຫຼິ້ນອິນ​ໂດ​ເນ​ເຊຍ​ກ່າວ​ວ່າ: ສະມາຄົມ​ຕົນ​ໄດ້​ສຸມ​ໃສ່​ການ​ແລກປ່ຽນ ​ແລະການ​ປະສານກັນ​ລະຫວ່າງ​ວິ​ສາ​ຫະກິດກັບ​ລັດຖະບານ​, ​ເພື່ອຊຸກຍູ້​ການ​ພັດທະ​ນາ​ຂອງ​ວົງ​ການ​ເຄື່ອງ​ຫຼິ້ນ​ອິນ​ໂດ​ເນ​ເຊຍ, ​ເປັນສະມາຄົມ​ເຄື່ອງ​ຫຼິ້ນທີ່​ມີ​​ອິດ​ທິພົນ​ໃຫຍ່​ທີ່​ສຸດ​ຂອງ​ອິນ​ໂດ​ເນ​ເຊຍ. ຫວັງ​ວ່າ​ໃນ​ໂອກາດ​ສ້າງຕັ້ງ​ສຳນັກງານ​ຕົວ​ແທນ​ຢູ່ຈີນ ​ແລະ​ການເຊັນ​ສັນຍາ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ບໍລິ​ສັດ​ງານ​ວາງສະ​ແດງ​​ເຂດ​ຊົວທາວແຂວງ​ກວາງ​ຕຸ່ງຢ່າງ​​ເປັນ​ທາງ​ການ​ໃນ​ຄັ້ງ​ນີ້​ຈະ​ເປັນ​ການສົ່ງ​ເສີມ​ການ​ແລກປ່ຽນ ​ແລະ​ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ​ດ້ານ​ເຕັກນິກ​ອຸດ​ສາ​ຫະກຳ​ເຄື່ອງ​ຫຼິ້ນ​ເດັກນ້ອຍ​ໃຫ້​ສົມບູນ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ