ໄທ​ຈະ​ລົງ​ທຶນ​ເກືອບ 50 ຕື້​ບາດ​ເພື່ອ​ປັບ​ປຸງ​ແລະ​ຂະ​ຫຍາຍ​ສະ​ໜາມ​ບິນ​ 3 ແຫ່ງ
2018-04-28 10:25:57  cri 
​ວັນ​ທີ 27 ເມ​ສາ​ນີ້, ຄະ​ນະກຳ​ມະ​ການກຸ່ມ​ບໍ​ລິ​ສັດ​ສະ​ໜາມ​ບິນ​ໄທ​ໄດ້ອະ​ນຸ​ມັດ​ແຜນ​ປັບ​ປຸງ​ແລະ​ຂະ​ຫຍາຍສະ​ໜາມ​ບິນ​ສາ​ກົນ​ດອນ​ເມືອງບາງກອກ,ສະ​ໜາມ​ບິນ​ສາ​ກົນ​ຊ​ຽງ​ໃໝ່​ແລະສະ​ໜາມ​ບິນ​ສາ​ກົນ​ຊຽງ​ລາຍ ​ໂດຍ​ຈະ​ລົງ​ທຶນ​ທັງ​ໝົດ 49 ຕື້ 400 ລ້ານ​ບາດ​ໃນຫຼາຍ​ປີ​ຕໍ່​ໜ້າ​ເພື່ອ​ປັບ​ປຸງ​ຍົກ​ລະ​ດັບ​ສະ​ໜາມ​ບິນ 3 ແຫ່ງ​ນີ້.

ໄປ​ຄຽງ​ຄູ່​ກັບ​ເສດ​ຖະ​ກິດ​ໄທ​ພັດ​ທະ​ນາ​ແລະ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ເຂົ້າ​ມາ​ທ່ຽວ​ປະ​ເທດ​ໄທຫຼາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ອຸ​ປະ​ກອນ​ແລະ​ສິ່ງ​ກໍ່​ສ້າງ​ຂອງ​ສະ​ໜາມ​ບິນ 3 ແຫ່ງ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ບໍ່​ສາ​ມາດ​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ທີ່​ນັບ​ມື້​ເພີ່ມ​ຂຶ້ນ ຈິ່ງ​ຈຳ​ເປັນ​ຕ້ອງ​ມີ​ການ​ປັບ​ປຸງ​ຍົກ​ລະ​ດັບ​ຢ່າງ​ຮີບ​ດ່ວນ.

ຕາມ​ແຜນ​ການ, ໂຄງ​ການ​ຂະ​ຫຍາຍ​ສະ​ໜາມ​ບິນດອນ​ເມືອງ​ບາ​ງກອກ​ຈະ​ລົງ​ທຶນ 35 ຕື້​ບາດ ​ໃນ​ໄລ​ຍະ​ການ​ກໍ່​ສ້າງ​ເລີ່ມ​ແຕ່​ປີ​ນີ້​ຫາ​ປີ 2024, ໃນ​ນີ້, ອາ​ຄານ​ສາງ​ມ້ຽນ​ເຄື່ອງ​ໃນ​ປັດ​ຈຸ​ບັນ​ຈະ​ຖືກ​ມ້າງເພື່ອ​ສ້າງ​ໃຫ້​ເປັນ​ອາ​ຄານ​ໂດຍ​ສານ​ແຫ່ງ​ໃໝ່. ​ພາຍຫຼັງ​ສຳ​ເລັດ​ການ​ກໍ່​ສ້າງ​ໂຄງ​ການ​ນີ້​ແລ້ວ, ຈະ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ຄວາມ​ແອ​ອັດ​ຂອງ​ອາ​ຄານ​ໂດຍ​ສານ ແລະ​ສາ​ມາດ​ຮອງ​ຮັບ​ຜູ້​ໂດຍ​ສານ​ເຖິງ 40 ລ້ານ​ເທື່ອ​ຄົນ​ຕໍ່​ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ