ບົດ​ລາຍ​ງານ​ອາ​ເມ​ລິ​ກາ​ເຫັນ​ວ່າ ອາ​ເມ​ລິ​ກາ​ກໍ່​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​ກັບ​ຈີນ​ຈະ​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ຂະ​ແໜງ​ການ​ກະ​ສິ​ກຳ​ປະ​ເທດ​ຕົນ
2018-04-28 10:55:32  cri 
ອົງ​ການ​ເຈົ້າ​ຂອງ​ນິ​ຄົມ​ກະ​ສິ​ກຳ​ສະ​ໜັບ​ສະ​ໜູນ​ການ​ຄ້າ​ເສ​ລີ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ຄົ້ນ​ຄວ້າ​​ຫວ່າງ​ບໍ່​ດົນນີ້​ວ່າ, ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຄວາມ​ຂັດ​ແຍ້ງ​ທາງ​ການ​ຄ້າ​ລະ​ຫວ່າງ​ອາ​ເມ​ລິ​ກາ-ຈີນ​ທີ່​ເກີດ​ຂຶ້ນ​ຈາກ​ອາ​ເມ​ລິ​ກາ​ປັບ​ຂຶ້ນພາ​ສີ​ນຳ​ເຂົ້າ​ເຫຼັກ​ກ້າ​ແລະ​ອາ​ລູ​ມີ​ນຽມ, ຂະ​ແໜງ​ການ​ກະ​ສິ​ກຳ​ອາ​ເມ​ລິ​ກາ​ຈະ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຈາກ​ການ​ເພີ່ມ​ພາ​ສີ​ສົ່ງ​ອອກ.

​​ອົງ​ການເຈົ້າ​ຂອງ​ນິ​ຄົມ​ກະ​ສິ​ກຳ​ສະ​ໜັບ​ສະ​ໜູນ​ການ​ຄ້າ​ເສ​ລີ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼງ​ການວ່າ: ອາ​ເມ​ລິ​ກາ​ປັບ​ຂຶ້ນ​ພາ​ສີ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ເຫຼັກ​ກ້າ​ແລະ​ອາ​ລູ​ມີ​ນຽມ​ເຊິ່ງ​ເຮັດ​ໃຫ້​ເກີດ​ຄວາ​ມ​ຂັດ​ແຍ້ງ​ທາງ​ການ​ຄ້າ​ລະ​ຫວ່າງ​ອາ​ເມ​ລິ​ກາ-ຈີນ ແລະ​ຈະ​ເພີ່ມ​ຕົ້ນ​ທຶນ​ການ​ສົ່ງ​ອອກ​ຜະ​ລິ​ດະ​ຕະ​ພັນ​ກະ​ສິ​ກຳ​,ກົດ​ລາ​ຄາ​ຜະ​ລິ​ດ​ຕະ​ພັນ​ກະ​ສິ​ກຳ​ໃຫ້​ຕ່ຳ​ລົງ, ເຮັດ​ໃຫ້​ຈີນ​ຫັນ​ໄປ​ຊອກ​ຕະຫຼາດ​ນຳ​ເຂົ້າ​ຜະ​ລິ​ດ​ຕະ​ພັນ​ກັບ​ປະ​ເທດ​ອື່ນ, ​ໄດ້​ເຮັດ​ໃຫ້ຊາວ​ກະ​ສິ​ກອນ​ອາ​ເມ​ລິ​ກາ​ກາຍ​ເປັນ​ຜູ້​ປະ​ສົບ​ຜົ​ນ​ເສຍ​ຫາຍ​ທຳ​ອິດ ທັນ​ເທົ່າ​ກັບ​ວ່າເປັນ​ການເພີ່ມ​​ພາ​ສີ​ຕໍ່​ຊາວ​ກະ​ສິ​ກຳ​ອາ​ເມ​ລິ​ກາ.

ອົງ​ການ​ນີ້​ຍັງ​ເຕືອນ​ວ່າ, ຖ້າ​ຫາກ​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ປະ​ຕິ​ບັດ​ມາດ​ຕະ​ການ​ລົງ​ໂທດ​ໃນ​ການ​ເພີ່ມ​ພາ​ສີຕໍ່​ສິນ​ຄ້າ​ນຳ​ເຂົ້າ​ຈາກ​ຈີນ​​ອີກຮອບ​ໃໝ່ ກໍ​ຈະ​ຖືກ​ຕອບ​ໂຕ້​ຮອບ​ໃໝ່​ເຊັ່ນ​ກັນ ແລະ​ຂະ​ແໜງ​ການ​ກະ​ສິ​ກຳ​ອາ​ເມ​ລິ​ກາ​ກໍ​ຈະ​ປະ​ສົບ​ຜົນ​ເສຍ​ຫາຍ​ຢ່າງ​ຕໍ່​ເນື່ອງ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ