ເປີດ​ງານ​ສິ​ລະ​ປະ​ຮິວ​ຫວຽດ​ນາມ​ຄັ້ງ​ທີ 10
2018-04-28 15:34:01  cri 

ງານ​ລາ​ຕີ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ພິ​ທີ​ເປີດ​ງານ​ສິ​ລະ​ປະ​ຮິວ​ຫວຽດ​ນາມ​ຄັ້ງ​ທີ 10 ໄດ້​ຈັດ​ຂຶ້ນ​ຢູ່​ສະ​ໜາມຫຼວງ​ອູ​ເມີນ​ພະ​ລາ​ຊະ​ວັງ​ຮິວ​ໃນ​ຕອນ​ຄ່ຳ​ວັນ​ທີ 27 ເມ​ສາ​ນີ້.

ງານ​ສິ​ລະ​ປະ​ຄັ້ງ​ນີ້​ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 27 ເມ​ສາ​ຫາ​ວັນ​ທີ 2 ພຶດ​ສະ​ພາ2018ນີ້ ເຊິ່ງ​ມີ​ຫົວ​ຂໍ້​ວ່າ "ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ກັບ​ການ​ພັດ​ທະ​ນາ​ແບບ​ເຊື່ອມ​ໂຍງ--ຮິວ: ຈຸດ​ໝາຍ​ປາຍ​ທາງ​​ແຫ່ງ​ໜຶ່ງ​ມໍ​ລະ​ດົກ 5 ແຫ່ງ". ຄະ​ນະ​ສິ​ລະ​ປະ​ກອນ​ຫວຽດ​ນາມ 15 ຄ​ະ​ນະ​ແລະ​ຄະ​ນະ​ສິ​ລະ​ປະ​ກ​ອນ 24 ຄະ​ນະ​ຈາກ 19 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຊັ່ນ​ຈີນ,ຣັດ​ເຊຍ,ໄທ, ແ​ມັກ​ຊິກ, ມາ​ລົກ​ແລະ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້​ ​ງານ​ມະ​ຫາ​ກຳ​ວັດ​ທະ​ນະ​ທຳ​ທີ່​ໜ້າ​ປະ​ທັບ​ໃຈ​ໄດ້​ສະ​ແດງຫຼາຍ​ຮອບ​ໃຫ້​ຜູ້​ຊົມ​ຫວຽດ​ນາມ​ກໍ​ຄື​ປະ​ເທດ​ຕ່າງໆ​ໃນ​ໂລກ​ໄດ້​ຊົມ.

ງານ​ສິ​ລະ​ປະ​ຮິວ​ເປັນ​ງານ​ສິ​ລະ​ປະ​ລະ​ດັບ​ສາ​ກົນ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ, ທຸກໆ​ 2 ປີ​ຈັດ​ເທື່ອ​ໜຶ່ງ, ງານ​ສິ​ລະ​ປະ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ເມື່ອ​ປີ 2000, ມາ​ຮ​ອ​ດ​ປັດ​ຈຸ​ບັນ​ໄດ້​ຈັດ 9 ຄັ້ງ​ຢ່າງ​ສຳ​ເລັດ​ຜົນ​ແລ້ວ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ